ມາ​ເລ​ເຊຍ​ປະສົບ​ຜົນສຳ​ເລັດ​ໃນ​ການ​ປາບ​ປາມ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ
2017-03-06 15:52:38  cri 
ເຈົ້າ​ໜ້າ​ທີ່ຕຳຫຼວດມາ​ເລ​ເຊຍ​ຢືນຢັນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 5 ນາ​ນີ້​ວ່າ: ​ກຳລັງເຈົ້າໜ້າທີ່ຂອງຕົນ​​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ປາບ​ປາມການນຳ​ໃຊ້​ລົດຍົນ​ລະ​ເບີດ​ດ້ວຍເຈດຕະນາເພື່ອ​ກໍ່​ການ​ຮ້າຍ​ຢູ່​ປະ​ເທດ​ຕົນ.

ກ່ອນ​ໜ້າ​ນີ້​ບໍ່​ດົນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ກໍສາມາດ​ຈັບ​ກຸມ​ຜູ້​ຊາຍໄດ້ 7 ຄົນ​ທີ່​ຖືກ​ສົງ​ໄສ​ມີ​ສ່ວນ​ຮ່ວມເຄື່ອນ​ໄຫວ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ,​ໃນ​ນີ້ ສອງ​ຄົນ​ທີ່​ຂຶ້ນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງIS ​ເຈຕະນາ​ໃຊ້​ລົດຍົນ​ລະ​ເບີດ​ເພື່ອກໍ່​ເຫດ​ຫຼອນ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍ​ຕໍ່​ມາ​ເລ​ເຊຍ. ທ່ານ​ຮາ​ລິດ ອາ​ບູ ບາຄາ ຜູ້ບັນຊາການຕຳ​ຫຼວດ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ທີ 5 ມີນາ​ນີ້​ໂດຍ​ຊີ້​ວ່າ: ຊາຍ​ສອງ​ຄົນທີ່ຖືກສົງໄສໄດ້​ຖືກ​ຈັບ​ຢູ່ໃນ​ນະຄອນຫຼວງ​ກົວລາ​ລຳ​ເປີ​ໃນ​ວັນ​ທີ 21 ກຸມພາ​ຜ່ານ​ມາ.

ນອກ​ນີ້,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ກ່າວ​ຕື່ມວ່າ ​ນັບແຕ່​ປີ 2013 ເຖິງ​ປັດຈຸບັນ,ມາ​ເລ​ເຊຍ​ໄດ້​ສາມາດກວາດລ້າງກຸ່ມກໍ່​ການ​ຮ້າຍຂອງ​ກຸ່ມ​ຫົວ​ຮຸນ​ແຮງIS ໄດ້ທັງ​ໝົດ 78 ຄົນ ​ເຊິ່ງພວກ​ເຂົາເຫຼົ່າ​ນີ້​ມາ​ຈາກ​ທຸກ​ພື້ນທີ່​ຂອງ​ມາ​ເລ​ເຊຍ, ບາງ​ຄົນ​ຍັງ​ມີ​ລະດັບ​ການ​ສຶກສາ​ຊັ້ນ​ສູງ​ອີກ,ແລະຍັງເປັນລັດຖະກອນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ