ນັກ​ຂ່າວ​ອາ​ຟຣິກາ​ຕີ​ລາຄາ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ຢ່າງ​ຕັ້ງໜ້າ
2017-03-06 11:16:37  cri 

ຕອນ​ເຊົ້າວັນ​ທີ 5 ມີນາ​ນີ້, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 5 ຊຸດ​ທີ 12 ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດນະຄອນຫຼວງປັກ​ກິ່ງ ​ແລະ ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ ກໍ​ໄດ້​ຂຶ້ນຜ່ານ​ບົດ​ລາຍ​ງານ​ວຽກ​ງາ​ນລັດຖະບານ​ຕໍ່​ກອງ​ປະຊຸມ ​ເຊິ່ງສ້າງ​ຄວາມ​ສົນ​​ໃຈ​ຕໍ່​ສື່​ມວນ​ຊົນ​ຕ່າງປະ​ເທດ​ເປັນ​ຈຳ​ນວນຫຼາຍ.

ທ່ານ​ຮໍ​ເດ​ວ ​ເບຍ​ໂກ​ໂຣ ນັກ​ຂ່າວ​ໂທລະພາບ​ແຫ່ງ​ຊາດ​ສາທາລະນະ​ລັດ​ກົງ​ໂກ ກ່າວ​ວ່າ: ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ຕົນ​ຮູ້ສຶກພໍ​ໃຈຫຼາຍ ​ເຊິ່ງ​ໜຶ່ງ​ໃນ​ນັ້ນກໍ​ຄື  ການ​ສ້າງນະ​ໂຍບາຍລ້ວນ​ແຕ່​ເພື່ອ​ຮັບ​​​ໃຊ້​ປະຊາຊົນ ​ແລະ ປະຊາຊົນ​ມີອຳນາດສູງສຸດ. ຂະນະ​ທີ່​ພາຍ​ໃຕ້​ລະບອບ​ການ​ເມືອງ​ໃນ​ປັດຈຸບັນ​ຂອງ​ຈີນ, ປະຊາຊົນ​ໄດ້​​ເປັນໃຈກາງ​ຂອງ​​ການ​ເມືອງ. ທັງ​ນີ້ ​​ລັດຖະບານ​ຈີນ​ໄດ້ສຸມ​ໃສ່ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ ​ແລະ ຄວາມ​ຜາ​ສຸກມາ​ໃຫ້​ແກ່​ປະຊາຊົນ.

ທ່ານ​ກາ​ຕາ​ກາ ນັກ​ຂ່າວ​ປະ​ເທດ​ໂຕໂກ​ໄດ້​ຊົມ​ເຊີຍ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ທີ່​ເປັນ​ລະບຽບ​ດີ ​ແລະ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ. ຂະນະ​ທີ່​ປະ​ເທດ​ຕົນ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຈາກຈີນຫຼັງ​ຫັນ​ໜ້າ​ສູ່​ໂລກ​​ໂດຍ​ການ​ເປີດ​ປະຕູ​ນັບ​ມື້​ນັບ​ກວ້າງ​ອອກ. ​ແນວ​ໃດ​ກໍ​ດີ, ປະ​ເທດ​ຕົນ​ແລະ​ຈີນ​ມີ​ການ​ຮ່ວມ​ມື​ໃນຫຼາຍຂົງ​ເຂດ ​ເປັນຕົ້ນ ກະສິກຳ, ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ ​ແລະ​ອື່ນໆ ​ແລະຈີນ​ກໍໄດ້​ຢືນຢັນມາ​ຕະຫຼອດ​ວ່າ ຫວັງ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດ​ຕໍ່ກັນ, ສ່ວນ​ຢູ່​ປະ​ເທດ​ຕົນ​ກໍ​ຫວັງ​ແນວ​ນີ້​ເຊັ່ນ​ດຽວກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ