ຜູູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ໃຫ້​ດ່ານ​ຢິວຢີ້ກ່ວນຈີນ​ແລະ​ດ່ານ​ມິດຕະພາບ​ຫວຽດນາມ​ປະຕິບັດ​ຮູບ​ການ​ຜ່ານ​ດ່ານ "ສອງ​ປະ​ເທດ​ກວດ​ເທື່ອ​ດຽວ"
2017-03-06 16:29:20  cri 
ຕາມ​ຂ່າວCRI: ຄະນະ​ຜູ້​ແທນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວງ​ຊີ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ບ່າຍ​ວັນ​ທີ 5 ມີນາ ​ແລະ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລານ​ເຟິງ​ເຈ່ຍ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ຮອງ​ປະທານ ​ແລະ​ຮອງ​ເລຂາ​ຈຸ​ພັກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ເມືອງ​ສົງ​ຈົວ​ເຂດ​ກວງ​ຊີ​ໄດ້ສະ​ເໜີ​ໃຫ້ດ່ານ ຢິວຢີ້ກ່ວນຈີນ​ແລະ​ດ່ານ​ມິດຕະພາບ​ຫວຽດນາມ​ປະຕິບັດ​ຮູບ​ການ​ຜ່ານ​ດ່ານ "ສອງ​ປະ​ເທດ​ກວດ​ເທື່ອ​ດຽວ".

ທ່ານ​ກ່າວ​ວ່າ, ປີ 2015, ​ເມືອງ​ສົງ​ຈົວ ​ແລະ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ດ່ານ​ດົງ​ດາງ-ລາງ​​ເຊີນ​ແຂວງ​ລາງ​​ເຊີນຫວຽດນາມ​ໄດ້​ລົງ​ນາມ​ໃນ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ສ້າງ​ຊ່ອງ​ທາງ​ສ​ະ​ເພາະ​ການ​ຂົນ​ສົ່ງ​ສິນຄ້າ​ສາກົນ​ດ່ານ​ຢິວຢີ້ກວນ(ຈີນ)-ດ່ານ​ມິດຕະພາບ(ຫວຽດນາມ)" ​ແລະ​ໃນວັນ​ທີ 9 ທັນວາປີ​ດຽວ​ກັນ, ​ເມືອງ​ຜິ​ງສຽງ​ຈີນ ​ແລະ​ເມືອງກາວລົກຫວຽດນາມ​ໄດ້​ຮ່ວມ​ກັນ​ສ້າ​ງຊ່ອງ​ທາງ​ສ​ະ​ເພາະ​ດັ່ງກ່າວ. ພາຍຫຼັງ​ປະຕິບັດ​ແລະ​ທົດ​ລອງ​ການ​ບໍລິການ​ມາ​ເປັນ​ເວລາ​ໜຶ່ງ​ປີກ​ວ່າ ກໍ​ໄດ້​ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ປະຕິບັດ​ຮູບ​ການ​ຜ່ານ​ດ່ານ "ສອງ​ປະ​ເທດ​ກວດ​ເທື່ອ​ດຽວ" ​ແລ້ວ.

ທ່ານ​ຫຼານ​ເຟິງ​ເຈ່ຍ​ຍັງ​ກ່າວ​ວ່າ, ຫວັງ​ໃຫ້​ລັດຖະບານ​ຈີນ​ອະນຸມັດ​ສ້າງ​ເຂດ​ການ​ຄ້າ​ເສລີ​ອ່າວ​​ເປີ​ຍປູ້ ​ແລະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສະໜັບສະໜູນ​ຕໍ່​ການ​ສ້າງສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢູ່​ເຂດ​ຊາຍ​ແດນ​ເຂດກວາງຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ