ປີນີ້ ຈີນ​ເພີ່ມງົບ​ປະ​ມານ​ການ​ປ້ອງ​ກັນ​ປະ​ເທດ 7%
2017-03-06 16:27:19  cri 
    ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ຈີນ​ກ່າວ​ໃນ​ວັນ​ທີ 6 ມີ​ນາ​ນີ້​ວ່າ, ​ງົບ​ປະ​ມານດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ຕົນ​ໃນ​ປີ 2017 ນີ້ ຕົກ​ຢູ່ 1044 ຕື້ 397 ລ້ານຢວນ ເພີ່ມ​ຂຶ້ນ 7% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ ແລະ​ກວມປະ​ມານ 1,3% ຂອງ GDP ແລະຫຼາຍ​ປີ​ຜ່ານ​ມາ ກໍຍັງ​ຄົງ​ຢູ່​ໃນ​ລະ​ດັບ​ນີ້​ຕະຫຼອດ.

    ເຈົ້າ​ໜ້າ​ທີ່​ທ່ານນີ້​ກ່າວ​ວ່າ, ລາຍ​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ​ໃນ​ງົບ​ປະ​ມານ​ປີນີ້ ຕົ້ນ​ຕໍ​ຈະ​ເນັ້ນການ​ປະ​ຕິ​ຮູບ​ວຽກ​ງານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງກອງ​ທັບ​ກັບ​ປະ​ຊາ​ຊົນແລະ​ການ​ພັດ​ທະ​ນາຢ່າງ​ໜັກ​ແໜ້ນ ທັງ​ເປັນ​ການປັບ​ປຸງ​ເງື່ອນ​ໄຂ​​ການ​ເຮັດ​ວຽກ, ຝຶກ​ແອບ ແລະ​ການ​ປະ​ກັນ​ຊີ​ວິດ​ຂອງກອງ​ທະ​ຫານ​ຮາກ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ