"ຕົ້ນ​ໄຮ​​ໃຫຍ່​ປານ​ປ່າ"ຢູ່​ແຂວງ​ຢູນນານ
2017-03-07 16:39:14  cri 

ຢູ່​ເຂດປ່າ​ສະຫງວນ​​ຖົງ​ປີ້​ກ່ວນ​ເມືອງ​ຢິງຈ່ຽງກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​​ເຕີ​ຫົງເຜົ່າ​ລື້​ເຜົ່າຈິງ​ໂພ​ແຂວງ​ຢຸນນານ ສປ ຈີນ​ມີ​ຕົ້ນ​ໄຮ​ໃຫຍ່​ຕົ້ນ​ໜຶ່ງທີ່​ໄດ້​ຮັບ​ສາຍາ​ນາມວ່າ "ລາຊາ​ຕົ້ນ​ໄຮ​ຈີນ"​ໄດ້​ສ້າງ​ຄວາມ​ຮົ່ມ​ເຢັນ​ກວມ​ເນື້ອ​ທີ່​ກວ້າງ​ເກືອບ 1 ​ເຮັກຕາ ​ແລະ​ມີ​ຮາກຢັ່ງ​ເທິງ​ໜ້າດິນ 400 ກວ່າ​​ຮາກ ​ໃນ​ນີ້, ມີ 100 ກວ່າ​ຮາກ​ໄດ້​ຢັ່ງລົງ​ໃຕ້​ດິນກໍ່ເກີດ​ເປັນ​ຕົ້ນໄມ້​ໃໝ່ ​ເຊິ່ງ​ເມື່ອ​ເຫັນ​ແລ້ວ​ມັນ​ຊ່າງ​ໜ້າ​ອັດສະ​ຈັນ​​ເໝືອນ​ດັ່ງ "ຕົ້ນ​ໄຮ​​ໃຫຍ່ຕົ້ນ​ດຽວປານ​ຜືນ​ປ່າ". ຕົ້ນ​ໄຮ​ໃຫຍ່​ຕົ້ນ​ນີ້​ມີ​ອາຍຸ​ເກືອບ 500 ປີ​ແລ້ວ​ແລະ​ໃນປັດຈຸບັນ​ກໍ​ຍັງ​ມີ​ໃບ​ໄມ້​ກິ່ງ​ງ່າ​ດົກໜາ​ຂຽວງາມ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ