ອາ​ຊຽນ​ໄດ້​ຮັບປະ​ໂຫຍ​ດຈາກເສດຖະກິດທີ່​ພັດທະນາ​ຢ່າງ​ໝັ້ນທ່ຽງ
2017-03-07 16:26:21  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ປີ 2017 ວ່າ: ​ຄາດໝາຍການ​ພັດທະນາ​ປີ​ນີ້ ກໍ​ຄື ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ຈະ​ໃຫ້​ເພີ່ມ​ຂຶ້ນປະມານ 6,5%. ຂະນະ​ທີ່ທ່ານ​ຈ່າງ​ຢິ້ນຫຼິງ ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ສະມາຊິກ​ສະ​ຖາ​ບັນ​ວິທະຍາສາດ-ສັງຄົມ​ແຫ່ງ​ຊາດ​ຈີນ ກໍກ່າວ​ວ່າ: ​ເສດຖະກິດ​ຈີນ​ຮັກສາ​ການ​ພັດທະນາ​ຢ່າງ​ໜັກ​ແໜ້ນ​ຈະ​ເປັນ​ປັດ​ໄຈ​ສຳຄັນ​​​ເຮັດ​ໃຫ້​ຈີນ​ແລະ​ອາ​ຊຽນ​ຮັກສາແລະເປີດ​ກວ້າງ​​ການ​ພົວພັນ​​ຮ່ວມ​ມືກັນ​ໃນ​ພາກ​ພື້ນ.

ທ່ານ​ຈ່າງ​ຢິ້ນຫຼິງ ກ່າວ​ວ່າ: ຈີນ​ແມ່ນ​ຕະຫຼາດການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ ​ແລະການ​ພັດທະນາ​​ອາ​ຊຽນ​ກໍໄດ້​ອາ​ໄສ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ຈີນຫຼາຍສົມຄວນ. ສະນັ້ນ, ການ​ທີ່ຈີນ​ຮັກສາ​ສະພາບ​ການ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ​ໄດ້​ເປັນ​ຜົນ​ທີ່ດີທີ່​ສຸດ​ຕໍ່​ອາ​ຊຽນ. ​ແນວ​ໃດ​ກໍດີ, ການ​ທີ່​ຈີນ​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ພັດທະນາທີ່​ເປີດ​ກວ້າງ, ການຍົກ​ລະດັບເຂດການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ການ​​ເລັ່ງເຈລະຈາການ​ພົວພັນຄູ່ຮ່ວມ​ເສດຖະກິດ​ສັງ​ລວມພາກ​ພື້ນ ຫຼື RECP ​ໃຫ້​ໄວ​ຂຶ້ນ, ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະອື່ນໆ​ ທີ່​ໄດ້ກຳນົດ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ນັ້ນ ລ້ວນ​ແຕ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ອາ​ຊຽນຢ່າງ​ແໜ້ນ​ແຟ້ນ ​ເຊິ່ງຈະ​​ເປັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ເຂົ້າສູ່​ລວງ​ເລິກ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ