ຊາວ​ຈີນຊົມ​ໃຊ້ 4G ​ບັນລຸ 770 ລ້ານ​​ເລກໝາຍ​
2017-03-07 16:33:35  cri 
ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​ຈັດ​ພິທີ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ລັດຖະບານ ​ໃນ​ວັນ​ທີ 6 ມີນາ​ນີ້. ຂະນະ​ທີ່​ທ່ານ​ເສີນ​ຈ້າວ​ສົງ ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຈີນ ຢືນຢັນ​ວ່າ: ມາ​ຮອດ​ທ້າຍ​ປີ 2016, ​ອັດຕາ​ຄວາມ​ຖີ່​(access rate ຫຼື AR)ຂອງເຄືອ​ຂ່າຍ​ຄວາມ​ຖີ່​ກວ້າງ​ຄົງ​ທີ່​ໃນ​ທົ່ວ​ປະ​ເທດ​ສະ​ເລ່ຍ​ແລ້ວ​ບັນລຸ​ເຖິງ 49M ​ເພີ່ມ​ເປັນ​ 7,4 ​ເທົ່າ​ເມື່ອ​ທຽບ​ໃສ່ 2 ປີ​ກ່ອນ. ຂະນະ​ທີ່​ຜູ້​ຊົມ​ໃຊ້ເຄືອ​ຂ່າຍ​ຄວາມ​ຖີ່​ກວ້າງສາຍ​ແກ້ວ​​ໃຍ​ແສງ​​ເພີ່ມ​ຈາກ 34,1% ​ຂຶ້ນ​ເປັນ 76,6% ​ແລະ​ກ້າວ​ມາ​ຢູ່ອັນ​ດັບທີ 3 ຂອງ​ໂລກ. ສ່ວນ AR ລະດັບສະ​ເລ່ຍຂອງ​ຜູ້​ຊົມ​ໃຊ້​ເຄືອ​ຂ່າຍ​ຄວາມ​ຖີ່​ກວ້າງ​ເຄື່ອນ​ທີ່ ​ໄດ້ຍົກລະດັບ​ຈາກ 3.9 M ຮຸ່ນ 3G ​ຂຶ້ນ​ເປັນ 11.9M ຮຸ່ນ 4G ​ແລະ ຜູ້​ຊົມ​ໃຊ້ 4G ກໍ​ມີ​ເຖິງ 770 ລ້ານ​ເລກໝາຍ​ ກວມ​ກວ່າ​ເຄິ່ງໜຶ່ງ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ