ວັນທີ 6 ມີນານີ້ ຢູ່ຈົ່ງນານໄຫ ສປ ຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບເຈົ້າ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດພ້ອມດ້ວຍພະລາຊີນີໂນໂລດົມມຸນີນຽດສີຫານຸຂອງກຳປູເຈຍ.
ທ່ານ ສີຈິ້ນຜິງ ກ່າວວ່າ:ເປັນເວລາດົນນານມາແລ້ວ, ພະບໍລົມວົງສານຸວົງກຳປູເຈຍໄດ້ສຸມໃສ່ການພົວພັນທີ່ມີໄມຕີຈິດມິດຕະພາບລະຫວ່າງຈີນ-ກຳປູເຈຍຢ່າງຕັ້ງໜ້າທັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຂະຫຍາຍສາຍພົວພັນລະຫວ່າງສອງປະເທດ. ພວກຂ້າພະເຈົ້າຍິນດີຮ່ວມກັບກຳປູເຈຍພະຍາຍາມຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມສົມບູນພູນສຸກໃຫ້ແກ່ປະຊາຊົນສອງປະເທດ. ສອງປະເທດຍັງຄວນເພີ່ມທະວີການປະສານງານວຽກງານຫຼາຍຝ່າຍ,ສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງຂອງພາກພື້ນແລະການຮ່ວມມືລະຫວ່າງຈີນ-ອາຊຽນ.
ເຈົ້າຊີວິດສີຫາໂມນີ ແລະ ພະລາຊີນີໂນໂລດົມມຸນີນຽດສີຫານຸໄດ້ກ່າວວ່າ: ມິດຕະພາບລະຫວ່າງກຳປູເຈຍ-ຈີນມີມາແຕ່ດົນນານແລະໄດ້ຮັບການປັບປຸງໃຫ້ດີຂຶ້ນ. ພະບໍລົມວົງສານຸວົງ,ລັດຖະບານແລະປະຊາຊົນກຳປູເຈຍໄດ້ສະແດງຄວາມຂອບໃຈຈີນທີ່ໄດ້ຊ່ວຍເຫຼືອແລະການສະໜັບສະໜູນຢ່າງແຂງແຮງຕໍ່ການພັດທະນາເສດຖະກິດສັງຄົມຂອງກຳປູເຈຍແລະກໍພ້ອມຈະສືບຕໍ່ສືບທອດນະໂຍບາຍທີ່ມີໄມຕີຈິດມິດຕະພາບຕໍ່ຈີນຂອງອະດີດເຈົ້າຊີວິດແລະຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງຕັ້ງໜ້າແລະບໍ່ຢຸດຢັ້ງ.