ອັດຕາ​​ໜີ້​ສິນຂອງ​ລັດຖະບານ ​ແລະ​ອຳນາດ​ການ​ປົກຄອງທ້ອງ​ຖິ່ນ​ຈີນກວມ 36,7%
2017-03-07 16:46:19  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຊິວ​ເຈ໋ຍ ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​​ເປີດ​ເຜີຍ​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ, ​ມາ​ຮອດທ້າຍ​ປີ 2016, ໜີ້​ສິນ​ຂອງ​ລັດຖະບານ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈີນມີ​ເຖິງ 27330 ຕື້​ຢວນ ​ແລະ​ກວມ​ເອົາ 36,7% ຂອງ GDP ຂອງ​ຈີນ​ຕາມ​ກາ​ນ​ເປີດ​ເຜີຍ​ຂອງກົມ​ສະ​ຖິຕິ​ແຫ່ງ​ຊາດຫວ່າງ​ແລ້ວ​ນີ້​ບໍ່​ດົນ, ອັດຕາ​ຕິດ​ໜີ້​ແມ່ນ.

​ທ່ານ​ຊິວ​ເຈ໋ຍກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 5 ​ສະ​ໄໝ​ທີ 12 ໃນ​ມື້ດັ່ງກ່າວວ່າ, ອັດຕາ​ຕິດ​ໜີ້​ຂອງ​ລັດຖະບານ​ແລະ​ອຳນາດ​ການ​ປົກຄອງ​ຈີນ​ບໍ່​ສູງປານ​ໃດ ​ແລະ​ກໍາດ​ວ່າ​ເມື່ອ​ຮອດ​ທ້າຍ​ປີ​ນີ້, ອັດຕາ​ຕິດ​ໜີ້​ກໍ​ຈະ​ບໍ່​​ປ່ຽນ​ແປງ​ຫຼາຍ. ​ແນວ​ໃດ​ກໍ​ດີ ​ເມື່ອ​ທຽບ​​ໃສ່ລະດັບ​ສາກົນ​ແລ້ວ, ຖື​ວ່າຍັງ​ມີ​ຊ່ອງ​ຫວ່າງ​ເພີ່ມ​ຂຶ້ນ​ໜ້ອຍ​ໜຶ່ງ.

ທ່ານ​ກ່າວ​ຕື່ມ​ວ່າ, ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ໜີ້​ສິນ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ກະຊວງ​ການ​ເງິນ​ໄດ້​ເອົາ​ໃຈ​ໃສ່​ສູງ ​ໂດຍ​ໄດ້​ສ້າງ​ລະບຽບການ​ຕ່າງໆ ​ເຊັ່ນ: ຮ່າງ​ແຜນການ​ຮັບ​ມື​ສຸກ​ເສີນ​ຕໍ່​ຄວາມ​ສ່ຽງ, ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ຕາມ​ປະ​ເພດ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ