ອິນ​ໂດ​ເນ​ເຊຍ​ນຳ​ເຂົ້າ​ເຄື່ອງ​ເລັ່ງ​ຄວາມ​ໄວ​ເອ​ເລັກ​ໂຕ​ຣ​ນິກ​ອຸ​ດ​ສາ​ຫະ​ກຳຈາກ​ຈີນ
2017-03-07 16:26:50  cri 
    ຕາມ​ຂ່າວ​ສານ​ຈີນ: ອິນ​ໂດ​ເນ​ເຊຍ​ໄດ້​ນຳ​ເຂົ້າ​ເຄື່ອງ​ເລັ່ງ​ຄວາມ​ໄວ​ເອ​ເລັກ​ໂຕ​ຣ​ນິກ​ໃຊ້​ທາງ​ອຸດ​ສາ​ຫະ​ກຳ​ທີ່​ປະ​ກອບ​ລະ​ບົບ​ຫັນ​ປ່ຽນເອັກ​ສ໌ເຣທີ່​ຈີນ​ຜະ​ລິດນັ້ນ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ລະ​ບົບ​ດັ່ງ​ກ່າວ​ສາ​ມາດ​ປ່ຽນ​ເອ​ເລັກ​ໂຕ​ຣ​ນິກ​ທີ່​ມີ​ຄວາມ​ແຮງ​ສູງ​ທີ່​ເກີດ​ຂຶ້ນ​ຢູ່​ເຄື່ອງ​ເລັ່ງ​ນັ້ນ​ໃຫ້​ເປັນເ​ອັກ​ສ໌ເຣ ເຊິ່ງນອກ​ຈາກ​ມີ​ບົດ​ບາດແຜ່​ກຳ​​ມັນ​ຕະ​ພາບ​ລັງ​ສີ​ເພື່ອ​ປ່ຽນ​ທາດ​ວັດ​ຖຸ​ດິບ​ໂມ​ເລ​ກຸນ​ສູງ​ຂະ​ໜາດ​ໃຫຍ່​ແລ້ວ, ຍັງ​ສາ​ມາດ​ຂ້າ​ເຊື້ອ​ອາ​ຫານ​ແລະ​ເຄື່ອງ​ໃຊ້​ສາ​ທາ​ລະ​ນະ​ສຸກ ແລະ​ແຜ່​ລັງ​ສີ​ຮັກ​ສາ​ຄວາມ​ສົດຂອງ​ໝາກ​ໄມ້.

    ກຸ່ມ​ກຳ​ລັງ​ນິວ​ເຄ​ລຍ​ທົ່ວ​ໄປ​ຈີນ ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ຜະ​ລິດ​ເຄື່ອງ​ເລັ່ງ​ຄວາມ​ໄວ​ດັ່ງ​ກ່າວ ​ເປີດ​ເຜີຍ​ໃນ​ວັນ​ທີ 6 ມີ​ນານີ້​ວ່າ, ​ກຸ່ມ​ຂອງ​ຕົນໄດ້​ເຊັນ​ສັນ​ຍາ​ຊື້​ຂາຍ​ເຄື່ອງ​ເລັ່ງ​ແລະ​ລະ​ບົບ​ແຜ່​ລັງ​ສີ​ເອັກ​ສ໌ເຣ ທີ່​ໃຊ້​ທາງ​ອຸດ​ສາ​ຫະ​ກຳ​ຊຸດ​ດັ່ງ​ກ່າວ​ກັບ​ບໍ​ລິ​ສັດ PT.ESH ອິນ​ໂດ​ເນ​ເຊຍ​ແລ້ວ.

    ທ່ານ ຈ່າງ​ຈ້ຽນ​ເຟິ່ງ ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ກຳ​ລັງ​ນິວ​ເຄ​ລຍ​ທົ່ວ​ໄປ​ຈີນ ກ່າວ​ວ່າ, ລະ​ບົບ​ເຄື່ອງ​ເລັ່ງ​ຊຸດນີ້ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ການ​ນຳ​ໃຊ້​ເຕັກ​ນິກ​ນິວ​ເຄ​ລຍ​ຂອງ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ