ນ​ະ​ໂຍບາຍການ​ຕ່າງປະ​ເທດຈີນ​ເນັ້ນ​ການບຸກ​ເບີ​ກ, ​ກ້າວໜ້າ ​ແລະ ໝັ້ນຄົງ
2017-03-08 11:44:22  cri 

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​​ໃນວັນ​ທີ 8 ມີນາ​ນີ້​ວ່າ: ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນຕົ້ນມາ ​ແລະ ​ໃຕ້​ການ​ນຳພາທີ່​ເດັດດ່ຽວຂອງ​ສູນ​ກາງ​ພັກ​ໂດຍ​ມີ​ທ່ານ​ສີ​ຈິ້ນ​ຜິ​ງ ​ເປັນ​​ແກນນຳ, ​ເຖິງ​ວ່າການ​ຕ່າງປະ​ເທດ​ຂອງ​ຈີນ​ປະສົບຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ, ​ແຕ່​ກໍ​ສາມາດບຸກ​ເບີກມາສູ່​ຄວາມ​ກ້າວໜ້າ ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​ຕ່າງໆ ​​​ໂດຍ​ອີງ​ຕາມ 3 ຈຸດ​ພິ​ເສດ​ທີ່​ຈະ​ແຈ້ງ ​ຄື:

ກ່ອນ​ອື່ນ​ແມ່ນ​ຄວາມ​ກ້າວໜ້າ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່ ​ໄດ້​ຢືນ​ຢູ່​ແຖວ​ໜ້າ​ຂອງ​ກະ​ແສ​ຍຸກ​ສະ​ໄໝ ທັງ​ກຳ​​ໄດ້ທິດ​ທາງ​ປະຫວັດສາດ ​ແລະ​ໄດ້​ສະ​ເໜີ​ແນວ​ຄິດ​ໃໝ່, ທັດສະນະ​ໃໝ່​ຢ່າງ​ເປັນ​ລະບົບ ​ເປັນຕົ້ນສົ່ງ​ເສີມ​ການ​ສົນທະນາ​ແຕ່​ບໍ່​ເປັນ​ປໍລະ​ປັກ​ກັນ, ຜູກ​ສຳພັນ​ເປັນ​ຄູ່​ຮ່ວມ​ແຕ່​ບໍ່​ສ້າງ​ເປັນ​ພັນທະ​ມິດ ​ພ້ອມ​ທັງ​ສ້າງ​ການ​ພົວພັນ​ສາກົນ​ແບບ​ໃໝ່​ທີ່​ຖື​ເອົາ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ໃຈກາງ.

ສອງ​ແມ່ນ​ການບຸກ​ເບີກ. ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ຕາໜ່າງສາຍ​ພົວພັນ​ຄູ່​ຮ່ວມ​ທີ່​ກວມ​​ເອົາ​ທົ່ວ​ໂລກ ​ໂດຍ​ໄດ້​ສົ່ງ​ເສີມ​ແລະ​ຊຸກຍູ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ", ​ໄດ້​ຂຽນໜ້າ​ປະຫວັດສາດ​​ໃໝ່ຂອງ​ຈີນ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮອບ​ໃໝ່.

ສາມ​ກໍ​ຄື​ຄວາມ​ໝັ້ນຄົງ. ພວກ​ຂ້າພະ​ເຈົ້າຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​​ແລະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ມີ​ຈຸດ​ຢືນ​​ໃຫ້​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ປັບປຸງ​ໃນ​ການ​ປົກ​ປ້ອງ​ເສັ້ນທາງ​ດັ່ງກ່າວ​ໃຫ້​ສົມບູນ, ພວກ​ຂ້າພະ​ເຈົ້າຍົກ​ຄັນ​ທຸງ​ແຫ່ງ​ລັດທິຫຼາຍຝ່າຍ​, ​ເປີດ​ກວ້າງ ​ແລະ ກວມ​ລວມ ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະທັງໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ມີສະມາທິ​ແລະ​ຄວາມ​ໝັ້ນ​ໃຈຂອງ​ຈີນຢ່າງ​ເຕັມ​ສ່ວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ