ອາ​ເມ​ລິ​ກາ​ຕິດຕັ້ງລະບົບ THAAD ຢູ່ ສ.​ເກົາຫຼີດ​​ເປັນ​ການລະ​ເມີດ​ສົນທິສັນຍາຫຼຸດອາວຸດ​ຍຸດ​ທະ​ສາດ​ສະບັບ​ໃໝ່
2017-03-08 15:58:09  cri 

ທ່ານ​ວິກຕໍ ​ໂອ​ເຊຣົຟ ປະທານ​ຄະນະ​ກຳມາ​ທິການ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນຄົງ ສະພາ​ສູງຣັດ​ເຊຍ ກ່າວ​​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ: ການ​ທີ່ອາ​ເມ​ລິ​ກາ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ຢູ່ ສ.​ເກົາຫຼີ ນັ້ນ ​ເປັນ​ການ​ລະ​ເມີດ​ສົນທິສັນຍາ​ການຫຼຸດອາວຸດ​ຍຸດ​ທະ​ສາດ​ສະບັບ​ໃໝ່​ລະຫວ່າງຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ.

ທ່ານ​ໂອ​ເຊຣົຟ ກ່າວ​ຕື່ມ​ວ່າ: ການ​ຕິດຕັ້ງລະບົບ​ດັ່ງກ່າວ​ສົ່ງ​ຜົນ​ເຮັດ​ໃຫ້​ປະ​ເທດ​ຕົນ​ປະເຊີນກັບສິ່ງທ້າທາຍໃໝ່, ຂະນະທີ່ການກະທຳຂອງອາ ເມລິກາ ໄດ້ລະເມີດມາດຕາການຮັກສາອາວຸດ​ຍຸດ​ທະ​ສາດ​ໃຫ້​​ກ້ຳ​ເກິ່ງ​ກັນ ທີ່​ໄດ້​ລະບຸ​ໄວ້​ໃນ​ສົນທິສັນຍາ​ການຫຼຸດອາວຸດ​ຍຸດ​ທະ​ສາດ​ສະບັບ​ໃໝ່.

ທ່ານ​ໂອ​ເຊຣົຟ ​ເນັ້ນວ່າ: ປະ​ເທດ​ຕົນ​ຈະ​ບໍ່​ຖອນ​ອອກ​ຈາກ​ສົນທິສັນຍາ​ດັ່ງກ່າວ, ​ແຕ່​ກໍ​ຈະ​ວິ​ເຄາະ​ສະຖານະ​ການ​ໃນ​ປັດຈຸບັນ​ຕາມ​ລະດັບໄພ​ຂົ່ມຂູ່​ຈາກ​ການ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ຢູ່ ສ.​ເກົາຫຼີ ຂອງ​ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ