ຈີນ​ຫວັງ 3 ໝາກຜົນ​ຈາກ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ
2017-03-08 11:40:25  cri 
     ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບ 'ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ​ການ​ພົວ​ພັນ​ກັບ​ພາຍນອກ​ຂອງ​ຈີນ'.

    ​ເມື່ອ​ກ່າວ​ເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ທີ່​ຈີນ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້ນັ້ນ, ທ່ານ ວາງຢີ້ ກ່າວ​ວ່າ, ​ຈະ​ມີ​ປະ​ມຸກ​ລັດຫຼື​ຫົວ​ໜ້າ​ລັດ​ຖະ​ບານ 20 ກວ່າ​ທ່ານ, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 50 ກວ່າ​ທ່ານ, ຜູ້​ຕາງ​ໜ້າ​ຂັ້ນ​ລັດ​ຖະ​ມົ​ນ​ຕີ 100 ກວ່າ​ທ່ານ ພ້ອມ​ດ້ວຍ​ແຂກ​ຜູ້​ມີ​ກຽດ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆໃນ​ໂລກ​ລວມ 1200 ກວ່າ​ທ່ານເຂົ້າ​ຮ່ວມ.

    ທ່ານ ວາງຢີ້ ກ່າວ​ຕື່ມ​ວ່າ, ເມື່​ອ​ເຖິງ​ເວ​ລານັ້ນ, 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ຈະ​ສືບ​ຕໍ່​ເປັນ​ຫົວ​ຂໍ້ທີ່​ສົນ​ໃຈ​ຂອງ​ໂລກ ແລະ​ພວກ​ເຮົາ​​ກໍຫວັງ​ວ່າ ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ຈະໄດ້​ຮັບ​ໝາກ​ຜົນ​ສາມ​ດ້ານ​ຄື: ໜຶ່ງ, ສາ​ມາດເຕົ້າ​ໂຮມ​ຄວາມ​ເຫັນ​ເອ​ກະ​ພາບ​ກັນ​ຂອງ​ທຸກ​ຝ່າຍ, ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັ​ດ​ທະ​ນາ​ຂອງ​ທຸກ​ປະ​ເທດ ແລະ​ກຳ​ນົດ​ທິດ​ທາງ​ໃຫຍ່​​ເພື່ອເຮັດ​ໃຫ້​ທ່າ​ແຮງ​ຂອງ​ທຸກ​ຝ່າຍ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ. ສອງ, ​ສາ​ມາດກຳ​ນົດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕົ້ນ​ຕໍ, ກຳ​ນົດ​ໂຄງ​ການ​ຮ່ວມ​ມື​​ຂະ​ໜາດ​ໃຫຍ່​ຈຳ​ນວນ​ໜຶ່ງ​ໂດຍ​ປິ່ນ​ອ້ອມ​ການ​ເຊື່ອມ​ຈອດດ້​ານ​ພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ​ການ​ລົງ​ທຶນ, ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ທະ​ນາ​ຄານ ແລະ​ການ​ໄປ​ມາ​ຫ​າ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄົນ ແລະ​ສາມ, ສາ​ມາດສະ​ເໜີ​ມາດ​ຕະ​ການ​ຮ່ວມ​ມື​ໄລ​ຍະ​ກາງ​ແລະ​ຍາວ, ຂຸດ​ຄົ້ນກົນ​ໄກ​ຮ່ວມ​ມື​​ທີ່​ມີ​ຜົນ​​ຢ່າງຖາ​ວອນ​ໃນ​ການ​ຮ່ວມ​ກັນ​ສ້າງ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ແລະ​ສ້າງ​ເຄືອ​ຂ່າຍ​ການ​ພົວ​ພັນ​ຄູ່​ຮ່ວມ​ທີ່​ແໜ້ນ​ແຟ້ນ​ແລະ​ແທດ​ເໝາະ​ກັບ​ຕົວ​ຈິງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ