​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ພວມ​ຂະຫຍາຍ​ໄປ​ສູ່​ທິດ​ຕັ້ງໜ້າ​ຢ່າງ​ໜັກ​ແໜ້ນ
2017-03-08 16:07:49  cri 
ໃນ​ພິທີ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ສະ​ໄໝ​ທີ 12, ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເຖິງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາວ່າ ຜ່ານ​ການ​ແລກປ່ຽນ​ຢ່າງ​ແໜ້ນ​ແຟ້ນ​ແລະ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ພວມ​ຂະຫຍາຍ​ໄປ​ສູ່​ທິດ​ຕັ້ງໜ້າ​ຢ່າງ​ໜັກ​ແໜ້ນ​.

ທ່ານ​ວາງຢີ້ກ່າວ​ວ່າ, ສອງ​ປະ​ເທດ​ພວມ​ດຳ​ເນີນ​ການ​ແລກປ່ຽນ​ຢ່າງ​ເປັນ​ຮູບ​ປະ​ທຳເພື່ອ​ບັນລຸ​ການ​ໄປມາຫາສູ່​ກັນ​ລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ແລະ​​ເຈົ້າ​ໜ້າ​ທີ່​ລະດັບ​ຕ່າງໆ ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ທັງ​ນີ້​ຂໍ​ພຽງ​​ແຕ່​ປະຕິບັດ​ຕາມ​ຄວາມ​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ, ປະຕິບັດ​ຕາມ​ຫຼັກການ​ບໍ່​ປະ​ທະ​ກັນ, ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຕ່າງ​ຝ່າຍ​ຕ່າງເຄົາລົບ​ກັນ ​ແລະ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ກໍຈະ​ສາມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ