ຢູນ​ນານ​​ຈະ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້
2017-03-08 16:12:01  cri 
    ທ່ານ ເຊີນ​ຮາວ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ທັງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ຢູນ​ນານ​ຈີນ ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ໃນ​ໜ່ວຍ​ຄົ້ນ​ຄວ້າ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຕົນ​ຂອງກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ຊຸດ​ທີ 12 ໃນ​ວັນ​ທີ 7 ມີ​ນານີ້​ວ່າ, ແຂວງ​ຕົນ​ຈະ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້​ຕື່ມ​ອີກ.

    ທ່ານ ເຊີນ​ຮ​າວ ໃຫ້​ຮູ້​ວ່າ, ແຂວງ​ຕົນ​ກຳ​ລັງ​ກຳ​ນົດວຽກ​ງານ​ດັ່ງ​ກ່າວ​ຢ່າງ​​ຂຸ້ນຂ້ຽວ​ ໂດຍໄດ້​ລົງ​ມືກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ແລ້ວ ແລະ​ຈະ​ຊຸກ​ຍູ້​ການກໍ່​ສ້າງ​ ໃຫ້​ໄວ​ຂຶ້ນ​ຕື່ມ. ຂະ​ນະ​ດຽວ​ກັນ, ແຂວງ​ຕົນ​ຍັງ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ກັບ​ປະ​ເທ​ດ​ອ້ອມ​ຂ້າງ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ໃຕ້.

    ທ່ານ​ຍັງ​ກ່າວ​ຕື່ມວ່າ, ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາດ ແມ່ນ​ອຸດ​ສາ​ຫະ​ກຳ​ທີ່​ແຂວງ​ຕົນ​ຈະ​​ເລັ່ງ​ສົ່ງ​ເສີມ​ໃນ​ຕໍ່​ໜ້າ ແລະ​ເຊື່ອ​ວ່າ, ຈະ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັບ​ປະ​ເທດເຫຼົ່າ​ນີ້​ໄດ້ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ