ປີ​ນີ້ ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ເນັ້ນ​ປະຕິບັດ 5 ໜ້າ​ທີ່​ໃຫ້​ເປັນ​ຈິງ
2017-03-09 11:23:33  cri 
ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 2 ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະຄອນຫຼວງປັກ​ກິ່ງ​ໃນຕອນ​ບ່າຍ​ວັນ​ທີ 8 ມີນາ​ນີ້​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຈ່າງ​ເຕີຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ໄດ້​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະຊຸມ.

ທ່ານ​ຈ່າງ​ເຕີ​ຈ່ຽງຢືນຢັນ​ວ່າ ​ໃນ​ໜຶ່ງ​ປີຜ່ານມາ, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ຍຶດໝັ້ນ​ການ​ສ້າງ​ກົດໝາຍ​ເປັນວຽກ​ງານ​ບຸລິມະສິດ​ໂດຍ​ເນັ້ນ​ຄຸນ​ນະພາ​ບ​ເປັນ​ສຳຄັນແລະ​ກໍ​ໄດ້ປະກາດ​ໃຊ້​ກົດໝາຍ​ສຳຄັນ​ຈຳນວນ​ໜຶ່ງ. ຄະນະ​ປະຈຳ​ສະພາ​ເອົາ​ໃຈ​ໃສ່​ປະຕິບັດ​ສິດ​ຕິດຕາມ​ກວດກາ​ຕາມ​ທີ່​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ, ຍຶດໝັ້ນ​ການ​ແກ້​ໄຂ​ບັນຫາ​ເປັນ​ເປົ້າ​ໝາຍ, ​ເພີ່ມ​ຄວາມ​​ເຂັ້ມ​ງວດ​ໃນ​ການ​ຕິດຕາມ​ກວດກາ, ປະດິດ​ສ້າງ​ຮູບ​ການ​ຕິດຕາມ​ກວດກາ​ແລະ​ເພີ່ມ​​ທະວີ​ການ​ຕິດຕາມ​ກວດກາ​ໃຫ້​ມີ​ປະສິດທິ​ຜົນ​ຕົວ​ຈິງ​ຫຼາຍ​ຂຶ້ນ.

ທ່ານ​ຈ່າງ​ເຕີ​ຈ່ຽງກ່າວ​ຕື່ມ​ວ່າ: ປີ 2017 ​ເປັນ​ປີ​ສຳຄັນ​​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13 ​ແລະ​ສ້າງ​ສັງຄົມອີ່ມໜຳ​ສຳລານ​​ໃຫ້​ສຳ​ເລັດຜົນ​ຢ່າງ​ຮອບດ້ານ​ເຊິ່ງໜ້າ​ທີ່​ວຽກ​ງານຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຈະ​ເນັ້ນ 5 ດ້ານຄື

ໜຶ່ງ, ສົ່ງ​ເສີມ​ການ​ພັດທະນາ​ດ້ວຍ​ກົດໝາຍ​ທີ່​ດີ​ແລະ​ຮັບປະກັນ​ການ​ຄຸ້ມ​ຄອງ​ທີ່​ດີ. ສອງ, ປະຕິບັດ​ການ​ຕິດຕາມ​ກວດກາ​ຢ່າງ​ຖືກຕ້ອງ​ແລະ​ມີ​ປະສິດທິ​ຜົນ. ສາມ, ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ໃຫ້​ດີ. ສີ່, ​ເພີ່ມ​ທະວີການປັບປຸງ​ວຽກ​ງານ​ຂອງ​ຜູ້​ແທນ​ໃຫ້​ດີ​ແລະຫ້າ, ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ອື່ນໆ​ໃຫ້​ເປັນ​ເອກະ​ພາບກັນ​ແລະ​ມີ​ປະສິດທິ​ຜົນ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ