ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີຈະ​​ຕັດສິນ​ຄະດີ​ຖອດ​ຖອນ​ປະທານາທິບໍດີ​ໃນ​ໄວໆ​ນີ້
2017-03-09 15:51:40  cri 

ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ​ໄດ້​ໄຂ​ກອງ​ປະຊຸມ​ຜູ້​ພິພາກສາ​ໃນ​ຕອນ​ບ່າຍ​ວັນ​ທີ 8 ມີນາ​ນີ້ ​ໂດຍ​​ໄດ້ຕົກລົງ​ຈະ​​ຕັດສິນ​ຄະດີ​ຖອດ​ຖອນ​ປະທານາທິບໍດີ​ໃນ​ເວລາ 11:00 ​ໂມງ​ຂອງ​ວັນ​ທີ 10 ​ເດືອນ​ນີ້.

ປັດຈຸບັນ, ​ສານ​ລັດຖະທຳ​ມະນູນ​ມີ​ຜູ້​ພິພາກສາ 8 ທ່ານ ​ແລະຖ້າມີ 6 ທ່ານ​​ເຫັນ​ດີ ກໍ​ໝາຍ​ຄວາມ​ວ່າ ທ່ານ​ນາງ​ປັກ​ກຸນ​ເຮ ​ຈະ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງປະທານາທິບໍດີ​​ທັນທີ ​ແລະ​ຈະກາຍ​ເປັນປະທານາທິບໍດີ​ຜູ້​ທຳ​ອິດ​ທີ່​ຖືກ​ຖອດ​ຖອນ​ໃນ​ປະຫວັດສາດ ສ.​ເກົາຫຼີ ​ແລະຈາກ​ນັ້ນ ການ​ເລືອກ​ຕັ້ງທົ່ວ​ໄປ​ກໍ​ຈະ​ດຳ​ເນີນ​ພາຍ​ໃນ 60 ວັນ. ຂະນະ​ທີ່​ຖ້າ​ຄະດີ​ຖອດ​ຖອນ​ຖືກ​ຕີກັບ, ທ່ານ​ນາງ​ປັກ​ກຸນ​ເຮ​ ກໍ​ຈະສາມາດ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຕໍ່​ໄດ້ອີກ. ​ແນວ​ໃດ​ກໍ​ດີ, ສານ​ລັດຖະທຳ​ມະນູນ ຢືນຢັນ​ວ່າ: ​​ເມື່ອ​ພິຈາລະນາ​ເຖິງ​ຄວາມ​ສົນ​ໃຈ​ສູງ​ຂອງປະຊາຊົນ​ທົ່ວ​ປະ​ເທດ​ຕໍ່​ຄະດີ​ຖອດ​ຖອນ​ປະທານາທິບໍດີ ຈຶ່ງ​ໄດ້​ອະນຸມັດ​ໃຫ້​ຖ່າຍ​ທອດສົດ​ຂະ​ບວນການ​ຕັດສິນດັ່ງກ່າວ.

ຄະນະ​ກວດ​ສອບ​ພິ​ເສດ​ເຫດການ​ນາງ​ຊອຍ​ຊຸນ​ຊິວ​ເຂົ້າ​ແຊກ​ແ​ຊງວຽກ​ງານ​ການ​ບໍລິຫານ​ລັດ ​ໄດ້​ປະກາດ​ຜົນ​ການກວດ​ສອບຂັ້ນສຸດ​ທ້າຍ​ໃນ​ວັນ​ທີ 6 ມີນາ​ນີ້ ​ໂດຍ​ໄດ້​ກ່າວ​ຟ້ອງ​ທ່ານ​ນາງ​ປັກ​ກຸນ​ເຮ​ໃນ​ຂໍ້​ຫາ​ຮັບ​ສິນ​ບົນ, ​​ໃຊ້​ສິດ​ອຳນາດ​​ໃນ​ທາງ​ບໍ່​ຖືກຕ້ອງ ​ແລະ​ອື່ນໆ ລວມທັງ​ໝົດ 13 ຂໍ້ ​ທັງ​ໄດ້​ມອບ​ຂໍ້​ມູນ​ການກວດ​ສອບ​ໃຫ້​ເຈົ້າໜ້າ​ທີ່​ໄອ​ຍະ​ການ​​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ