ຈີນ​ສະໜັບສະໜູນ​ການ​ສ້າງປະຊາ​ຄົມ​ອາ​ຊຽນ
2017-03-09 15:59:49  cri 
​ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວໃນ​ພິທີ​ຖະ​ແຫຼ​ງຂ່າວ "ກອງ​ປະຊຸມ​ສອງ​ສະພາ" ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມີນາ​ນີ້​ວ່າ ປີ 2016 ​ແມ່ນ​ປີ​ທີ່ຈີນ-ອາ​ຊຽນສ້າງ​ຕັ້ງ​ຄູ່​ເຈລະຈາ​ຄົບຮອບ 25 ປີ ​ແລະ​ກໍ​ເປັນ​ປີ​ຄົບຮອບ 50 ປີ​ໃນ​ການອາ​ຊຽນສ້າງ​ຕັ້ງ​ອາຊຽນ, ນອກ​ນີ້ ຈີນ​ຈະ​ສະໜັບສະໜູນ​ຟີ​ລິບ​ປິນປະຕິບັດ​ໜ້າ​ທີ່​ເປັນ​ປະ​ເທດ​ປະທານ​ວຽນ​ອາ​ຊຽນ ​ແລະ​ສະໜັບສະໜູນ​ການ​ສ້າງປະຊາ​ຄົມ​ອາ​ຊຽນ.

ທ່ານ​ວາງຢີ້ກ່າວ​ວ່າ, ພວກ​ເຮົາ​ຍິນ​ດີ​ລົງ​ເລິກ​ການ​ເຊື່ອມ​ຕໍ່​ກັນ ​ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ, ຊຸກຍູ້ການ​ຍົກ​ລະດັບ​ເຂດ​ການ​ຄ້າ​​ເສລີ​ຈີນ-ອາ​ຊຽນ​ໄດ້​ປະຕິບັດ​ຕົວ​ຈິງ ​ແລະ​ຊຸກຍູ້​ການ​ເຈລະຈາ​​ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ ຫຼື RCEP ​ໃຫ້ສຳ​ເລັດລົງ​ໂດຍ​ໄວ. ຂະນະ​ດຽວ​ກັນ​ກໍຍິນ​ດີ​ຮ່ວມ​ກັບອາ​ຊຽນຈັດ "ປີ​ທ່ອງທ່ຽວ​ຈີນ-ອາ​ຊຽນ" ​ແລະ​ພະຍາຍາມ​ເຮັດ​ໃຫ້ການ​ໄປມາຫາສູ່​ດ້ານ​ບຸກຄະລາ​ກອນ​ລະຫວ່າງ​ຈີນ​-ອາ​ຊຽນບັນລຸເຖິງ 30 ລ້ານ​ເທື່ອ​ຄົນ​ໃນ​ປີ 2020.

ທ່ານ​ວາງຢີ້ກ່າວ​ຕື່ມ​ວ່າ, ນອກ​ນີ້, ພວກ​ເຮົາຍັງ​ຍິນ​ດີ​ຍົກ​ລະດັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ ​ໂດຍ​ຈະ​ກໍ່ສ້າງສຳນັກ​ເລຂາ​ປະຈຳ​ຈີນຂອງ​ກົນ​ໄກ​ການຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ໃນ​ໄວໆ​ນີ້ ລວມທັງ​ຫວັງ​ໃຫ້ກົນ​ໄກ​ການຮ່ວມ​ມື​ດັ່ງກ່າວ​ກາຍ​ເປັນ​ກົນ​ໄກ​ການຮ່ວມ​ມື​ທີ່​ດີ​ສຳລັບ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະຕາກຳ​ເຂດ​ອ້ອມ​ຂ້າງ ​ແລະ​ເສີມ​ຂະ​ຫຍາ​ຍບົດບາດ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນໃຫ້​ຍິ່ງ​ໃຫຍ່​ກວ່າ​ເກົ່າ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ