ຈະ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 13 ໃນ​ເດືອນ​ມັງ​ກອນ​ປີ​ໜ້າ
2017-03-09 15:57:01  cri 
    ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ຮ່າງ​​ຂໍ້ຕົກ​ລົງ​ກ່ຽວ​ກັບຈຳ​ນວນ​ແລະການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13  ໄດ້​ສະ​ເໜີ​​ຕໍ່​ກອງ​ປ​ະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 5 ຊຸດ​ທີ 12 ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ໃນ​ວັນ​ທີ 8 ມີ​ນານີ້ ເຊິ່ງ​ຮ່າງຂໍ້​ຕົກ​ລົງ​ດັ່ງ​ກ່າວ​ກຳ​ນົດ​ວ່າ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງໃນ​ເດືອນ​ມັງ​ກອນ​ປີ​ໜ້າ.

    ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງໄດ້ກຳ​ນົດ​ວ່າ, ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈະ​ໝົດ​ອາ​ຍຸ​ໃນ​ເດືອນ​ມີ​ນາ​ປີ​ໜ້າ. ຈາກນີ້, ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ຈຶ່ງໄດ້​ຮ່າງ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຈຳ​ນວນ​ແລະ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ໂດຍກອງ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ທີ 12 ໄດ້​ຕົກ​ລົງ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ.

    ຮ່າງ​ຂໍ້​ຕົກ​ລົງ​​ດັ່ງ​ກ່າວກຳ​ນົດ​ວ່າ, ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ບໍ່​​ເກີນ 3000 ຄົນ ແລະ​ທຸກ​ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະ​ຄອນ​ມີ​ຈຳ​ນວນ​ເທົ່າ​ກັນ​ຄື​ຊຸ​ດ​ທີ 12.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ