ກວາງຊີ​ຄວນ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ
2017-03-10 14:52:20  cri 
ທ່ານ​ເສິນ​ຈື້ລີ້ ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ປະທານ​ຄະນະ​ພັກ​ສະມາຄົມ​ສົ່ງ​ເສີມ​ປະຊາທິປ​ະ​ໄຕ​ຈີນຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຢືນຢັນ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ​: ກວາງຊີ​​ເປັນ​ແຂວງ​ພຽງໜຶ່ງ​ດຽວ​ຂອງ​ຈີນ​ທີ່​ມີ​ດິນ​ແດນ​ຕິດ​ກັບ​ອາ​ຊຽນທັງ​ມີ​ທາງ​ຜ່ານ​​ເທິງ​ທະ​ເລ​ສູ່​ອາ​ຊຽນ. ​ຖ້າ​ຢາກ​ຍົກ​ລະດັບ​ການ​ເປີດ​ປະຕູ​ແລະ​ການ​ຮ່ວມ​ມື​ກັບ​ພາຍ​ນອກ, ກວາງຊີ​ຕ້ອງ​ເສີມ​ຂະຫຍາ​ຍທ່າ​ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ​ຂອງ​ຕົນ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ.

ທ່ານ​ເສິນ​ຈື້ລີ້​ກ່າວ​ວ່າ: ກວາງຊີ​ມີ​ທ່າ​ແຮງ​ໃນ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ທາງບົກ ​ແລະ​ກຳລັງ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ເຊື່ອມ​ຈອດ​ກັນ​ຢ່າງ​ຕັ້ງໜ້າ​ເຊິ່ງລວມທັງ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຕົ້ນ​ທາງ​ລົດ​ໄຟ,ທາງ​ຫຼວງ,ການບິນ​ພົນລະ​ເຮືອນ​ແລະ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ ​​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ຄົມມະນາຄົມ​ກັບປະ​ເທດ​ອາ​ຊຽນ​​ເປັນ​ຕົ້ນຫວຽດນາມ, ພະຍາຍາມ​ພັດທະນາ​ທາງ​ດ່ວນ​ແລະ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ອາຊີ​ໃຫ້​ດີ. ນອກ​ນີ້, ກວາງຊີ​ຍັງ​ມີ​ທ່າ​ແຮງ​ດ້ານ​ການ​ຮ່ວມມື​ທາງ​ທະ​ເລ​ແລະ​ວຽກ​ງານທ່າ​ກຳ​ປັ່ນ​ເ​ຊັ່ນ ກຸ່ມ​ບໍລິສັດ​ວຽກ​ງານ​ທ່າ​ກຳ​ປັ່ນ​ເປີຍປູ້​ວານ​ກວາງຊີ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ດ່ານ​ພາສີ​ຂອງ​ຫຼາຍ​ປະ​ເທດ​ອາ​ຊຽນ ຂະນະ​ດຽວ​ກັນ ທ່ານ​ເສິນ​ຈື້ລີ້​ຍັງຊີ້​ໃຫ້​ເຫັນ​ວ່າ ພາຍ​ໃຕ້​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຄົບ​ຊຸດ, ກວາງຊີ​ຕ້ອງເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ​ໃນ​ດ້ານ​ກາ​ນ​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດ​ເພື່ອ​ໃຫ້​ສອງ​ຝ່າຍ​ມີ​ຄວາມ​ຈຸນເຈືອ​ກັນ​ທາງ​ດ້ານ​ຊັບພະຍາກອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ