ຈີນ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຂອງມຽນມາ​ຈົ່ງຢຸດ​ການ​ປະ​ທະ​ກັນ​​ທັນທີ
2017-03-10 11:11:09  cri 

​ໃນ​ການ​ຖະ​ແຫຼງຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມີນາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ມໍ່ໆ​ນີ້ ຢູ່​ມຽນມາ​ເຂດ​ໃກ້​ຊາຍ​ແດນ​ຕິດ​ກັບຈີນ ​ໄດ້​ເກີດ​ການ​ປະ​ທະ​ກັນ​ອີກ, ຈີນ​ຈະ​ມີ​ການ​ຕອບ​​ໂຕ້​ແນວ​ໃດ​ຕໍ່​ເລື່ອງ​ນີ້? ນອກ​ນີ້ ຕາມ​ຂ່າວ​ແຈ້ງວ່າ​ມີ​ປະຊາຊົນ​ມຽນມາ​ເປັນ​ໝື່ນ​ຄົນ​ໄດ້ຫຼັ່ງ​ໄຫຼ​ເຂົ້າ​ຈີນ​ເພື່ອ​ລີ້​ໄພ​ສົງຄາມ ​ເຊິ່ງຈີນ​ຈະ​ຈັດສັນ​ຊາວ​ມຽນມາ​ເຫຼົ່ານີ້​ແນວ​ໃດ?

ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ດັ່ງກ່າວວ່າ: ຫວ່າງ​ບໍ່​ດົນ​ມາ​ນີ້ ຢູ່​ພາກ​ເໜືອ​ມຽນມາ​ໄດ້​ເກີດ​ການ​ປະ​ທະ​ກັນ​ທາງ​ການ​ທະຫານ, ສົ່ງ​ຜົນ​ເຮັດ​ໃຫ້​ປະຊາ​ຊົນເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ, ຂະນະ​ທີ່​ຈີນ​ກໍປະນາມ​ການ​ປະ​ທະ​ກັນ​ໃນ​ປະ​ເທດ​ດັ່ງກ່າວ​ທີ່ສ້າງ​ຜົນ​ເສຍ​ຫາຍ​​ແກ່ປະຊາຊົນ​ຜູ້​ບໍລິສຸດ. ຫຼັງ​ເກີດ​ການ​ປະ​ທະ​ກັນ, ມີ​ຊາວ​ມຽນມາກ​ວ່າ 20.000 ຄົນ​ໄດ້ຫຼັ່ງ​ໄຫຼ​ເຂົ້າຈີນ​ເພື່ອ​ລີ້​ໄພ​ສົງຄາມ, ຂະນະ​ທີ່​ຈີນ​ກໍ​ໄດ້​ຈັດ​ສັນ ​ແລະ ຊ່ວຍ​ຜູ້​ລີ້​ໄພ​ດັ່ງກ່າວ​ທາງ​ມະນຸດສະທຳ ທັງ​ໃຊ້​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ປົກ​ປ້ອງ​ຄວາມ​ສະຫງົບ​ຕາມ​ເຂດ​ຊາຍ​ແດນ​ປະ​ເທດ​ຕົນ.

ທ່ານ​ເກິ​ງສວງ ກ່າວ​ຕື່ມ​ວ່າ: ສະຖານະ​ການ​ຢູ່​ມຽນມາ​ໄດ້​ກ່ຽວ​ພັນ​ເຖິງ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ​ຈີນ-ມຽນມາ ​ແລະຈີນ​ກໍ​ໄດ້​ສົນ​ໃຈ​ຢ່າງສູງ, ທັງ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້ ​ແລະ​ຢຸດ​ການ​ປະ​ທະ​ກັນ​ທັນທີ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ການ​ປະ​ທະ​ກັນ​ດຸ​ເດືອດ​ຍິ່ງ​ຂຶ້ນ, ພ້ອມ​ກັນນັ້ນກໍ​ໃຊ້​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຟື້ນ​ຟູ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ຕາມ​ເຂດ​ຊາຍ​ແດນ​ໂດຍ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ