ຈີນ​​ເຫັນ​ວ່າ​ອາ​ເມ​ລິ​ກາ​ບໍ່​ຄວນ​ໃຊ້​ມາດ​ຕະການປົກ​ປ້ອງ​ການ​ຄ້າ​ຕາມ​ລຳ​ພັງ
2017-03-10 16:29:57  cri 

ຕໍ່ກັບກໍລະນີ​ທີ່​ສະມາຄົມ​ອຸດສາຫະກຳອາ​ລູມີ​ນຽມ​ອາ​ເມ​ລິ​ກາຮ້ອງ​ຂໍ​ໃຫ້ສອບ​ສວນ​ຕ້ານ​ການ​ເທ​ຕະຫຼາດ​ແລະກາ​ນອຸດ​ໜູນ​ແຜ່ນ​ອາ​ລູມີ​ນຽມ (Aluminum foil) ທີ່​ຈີນ​ສົ່ງອອກ​ໃຫ້​ອາ​ເມ​ລິ​ການັ້ນ, ທ່ານ​ຫວາງ​ເຮີ້​ຈິ່ນ ຫົວໜ້າ​ກົມ​ສືບສວນ-ສອບ​ສວນການ​ອຸດ​ໜູນ​ການ​ຄ້າ ກະຊວງ​ການ​ຄ້າ​ຈີນ ກ່າວ​ໃນ​ວັນ​ທີ 10 ມີນາ​ນີ້​ວ່າ: ຈີນ​ຫວັງ​ວ່າ​ອາ​ເມ​ລິ​ກາ​ບໍ່​ຄວນ​ໃຊ້​ມາດ​ຕະການປົກ​ປ້ອງ​ການ​ຄ້າ​ຕາມ​ລຳ​ພັງ.

ທ່ານ​ຫວາງ​ເຮີ້​ຈິ່ນ ​ເນັ້ນວ່າ: ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງ​ໜຶ່ງ​ດຽວ​ທີ່​ເຮັດ​ໃຫ້​ຈີນ​ແລະ​ອາ​ເມ​ລິ​ກາ​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຂະນະ​ທີ່​ການ​ຮ່ວມ​ມືດ້ານ​ອຸດສາຫະກຳ​ອາ​ລູມີ​ນຽມລະຫວ່າງ​ສອງ​ປະ​ເທດມີ​ອະນາຄົດ​ທີ່​ສົດ​ໃສ ​ແລະ​ຄວາມ​ຈິງ​ແລ້ວ ວົງ​ການ​ອຸດສາຫະກຳ​ອາ​ລູມີ​ນຽມ​ຂອງ​ສອງ​ປະ​ເທດ​ກໍ​ໄດ້​ຮັກສາ​ກົນ​ໄກ​ການ​ແລກປ່ຽນ​​ເປັນ​ຢ່າງ​ດີ. ​ທ່ານ​ກ່າວ​ຕື່ມວ່າ: ຈີນ​ຫວັງ​ຢາ​ກ​ໃຫ້ວົງ​ການ​ອຸດສາຫະກຳ​ອາ​ລູມີ​ນຽມ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ຜ່ານ​ການ​ປຶກສາ​ຫາລື ​ແລະ ສົນທະນາ​ກັນ ​ແກ້​ໄຂ​ບັນຫາ​ລະຫວ່າງ​ສອງຝ່າຍ​​ໃຫ້​ດີ. ຂະນະ​ດຽວ​ກັນ ກໍຫວັງ​ວ່າກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຈະ​ປະຕິບັດ​ການ​ຢ່າງ​ລະມັດລະວັງ ​ແລະ​ປະຕິ​ເສດ​ການສອບ​ສວນ​ແລະ​ດຳ​ເນີນ​ຄະດີ​ກ່າວ​ຟ້ອງ​ທີ່​ສ້າງ​ຜົນ​ເສຍ​ຫາຍ​ແກ່​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ