IMF ກ່າວ​ວ່າ​ຈີນ​ມີ​ແຜນ​ຈະ​ບັນລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ປີ​ນີ້
2017-03-10 16:35:18  cri 
ວັນ​ທີ 9 ມີນາ​ນີ້, ທ່ານ ​ເກຣີ ຣາຍສ໌ ​ໂຄສົກ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື IMF ກ່າວ​ວ່າ: ພວກ​ເຮົາ​​ໄດ້​ພິຈາລະນາ​ເຖິງ​ທ່າ​ອ່ຽງ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ທີ່​ເຂັ້ມ​ແຂງ​ໃນ​ປັດຈຸບັນ, IMF​ ​ເຫັນ​ວ່າ​ຈີນ​ມີ​ແຜນ​ຈະ​ບັນລຸ​ເປົ້າ​ໝາຍ​ການ​ເຕີ​ບ​ໂຕ​ຂອງ​ເສດຖະກິດ​ປະມານ 6,5% ​ໃນ​ປີ​ນີ້.

ທ່ານ ຣາຍສ໌ ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ບົດ​ລາຍ​ງານ​ວຽກ​ງານ​ຂອງລັດຖະບານ​ຈີນ​ໃນ​ປີ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍ​າມຂອງ​ຈີນ​ໃນ​ການ​ຮັກສາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຢ່າງ​ໝັ້ນ​ທ່ຽງ,​ເຮັດ​ໃຫ້​ເສດຖະກິດ​ພັດທະນາ​ໄປ​ຕາມ​ເສັ້ນທາງ​ທີ່​ມີ​ການ​ກວມ​ລວມ,ມີ​ສະພາບ​ແວດ​ລ້ອມ​ທີ່​ດີ​ແລະ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

​ເມື່ອ​​ເວົ້າ​ເຖິງ​ທຶນຮອນ​​ໄຫຼອອກ​ໄປຕະຫຼາດ​ຕ່າງປະ​ເທດ, ທ່ານ ຣາຍສ໌ ກ່າວ​ວ່າ: ຂະນະ​ທີ່​ທຶນຮອນ​ໄຫຼ​ອອກ​ໄປ​ຕ່າງປະ​ເທດ​​ແລ້ວ​ເຮັດ​ໃຫ້​ບໍ່​ສາມາດ​ຄຸ້ມ​ຄອງ​ອັດຕາ​ແລກປ່ຽນ​ເງິນຕາ​ຢ່າງ​ມີ​ລະບຽບ​ແບບ​ແຜນ​ແລະ​ກະທົບ​ເຖິງ​ເສດຖະກິດ​ຈຶ່ງ​​ເຮັດ​ໃຫ້​ຜູ້​ວາງ​ນະ​ໂຍບາຍ​ມີ​ຄວາມ​ເປັນ​ຫ່ວງ​ນຳ,​ແຕ່​ປັດຈຸບັນ​ຢູ່​ຈີນ​ບໍ່​ໄດ້​ເກີດ​ມີ​ກໍລະນີ​ແບບ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ