ເກີດ​ອຸ​ບັດ​ເຫດ​ລົດ​ໂຮງ​ຮຽນ​ຢູ່​ໄທ 6 ຄົນ​ເສຍ​ຊີ​ວິດ
2017-03-10 16:14:09  cri 
    ຕາມ​ຂ່າວ​ສານ​ຈີນ: ລົດ​ໂຮງ​ຮຽນ​ຂອງ​ແຂວງ​ຂອນ​ແກ່ນຄັນ​ໜຶ່ງ​ຂອງ​ໄທ ໄດ້​ເກີດ​ອຸ​ບັດ​ເຫດ​ໃນ​ວັນ​ທີ 9 ມີ​ນານີ້ ສົ່ງ​ຜົນ​ເຮັດ​ໃຫ້​ຄູ​ຍິງ 4 ຄົນ ແລະ​ນັກ​ຮຽນ 2 ຄົນ​ເສຍ​ຊີ​ວິດ ແລະ 44 ຄົນ​ບາດ​ເຈັບ.

    ລົດ​ຄັນ​ນີ້​ ໄດ້​ບັນ​ທຸກ​ນັກ​ຮຽນ​ມັດ​ທະ​ຍົມ 45 ຄົນ ແລະ​ຄູ 5 ຄົນ, ຕາມ​ແຜນ​ການ​ຈະ​ເດີນ​ທາງ​ໄປ​​ທັດ​ສະ​ນະ​ສຶກ​ສາກ​ຢູ່​ແຂວງ​​ຈັນ​ທະ​ບຸ​ຣີ. ຕອນ​ຮຸ່ງ​ເຊົ້າ 3 ໂມງ​ຂອ​ງວັນ​ທີ 9 ມີ​ນານີ້, ລົດ​ດັ່ງ​ກ່າວ​ໄດ້​ແລ່ນ​​ຂຶ້ນ​ຄ້ອຍ​ແລະ​ທາງ​ໂຄ້ງ​ບ່ອນ​ໜຶ່ງ​ຂອງ​ແຂວງ​ປ​ຣາ​ຈິນ​ບຸ​ຣີ ແລະ​​ຄົນ​ຂັບ​ລົດ​ບໍ່​ສາ​ມາດຄວບ​ຄຸມ​ໄວ້​ໄດ້​ຢ່າງກະ​ທັນ​ຫັນ, ​ເຮັດ​ໃຫ້​ລົດ​ແລ່ນ​ອອກ​ທາງ​ແລະ​ຕົກ​ເຫວ​ເລິກ​ປະ​ມານ 20 ແມັດ ສົ່ງ​ຜົນ​ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດທັນ​ທີ​ ແລະ 45 ຄົນ​ບາດ​ເຈັບ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ