"ຮ່າງ​ບົດ​ບັນຍັດ​ທົ່ວ​ໄປ​ກົດໝາຍ​​ແພ່ງ" ຂອງ​ຈີນ​ເໝາະ​ກັບ​ສະຖານະ​ການ​ໃໝ່​
2017-03-11 15:56:33  cri 
​ໃນ​ແຜນການ​ສ້າງ​ກົດໝາຍ​ຂອງຈີນ, "ບົດ​ບັນຍັດ​ທົ່ວ​ໄປ​ກົດໝາຍ​​ແພ່ງ"​ແມ່ນ​ກົດໝາຍ​ສະບັບ​ທຳ​ອິດ​ຂອງ "ປະມວນ​ກົດໝາຍ​​ແພ່ງ" ທີ່​ດຶງ​ດູດ​ສາຍຕາ​ຂອງ​ປະຊາຊົນ, ​ຈະໄດ້​ຕົກລົງ​ຫຼັກ​ໝັ້ນ​ພື້ນຖານ​ແລະ​ຂໍ້ກຳນົດ​ທົ່ວ​ໄປ​ທີ່​ສຳຄັນ​ທີ່​ສຸດ​ຂອງ "ປະມວນ​ກົດໝາຍ​ແພ່ງ". ສະ​ນັ້ນ, ຮ່າງ"ບົດ​ບັນຍັດ​ທົ່ວ​ໄປກົດໝາຍ​ແພ່ງ" ທີ່​ຍື່ນ​ໃຫ້​ກອງ​ປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 5 ຊຸດທີ 12 ຄົ້ນຄວ້າພິຈາລະນາ​ນັ້ນ​ກໍ​ຈະ​ມີ​ຜົນສະທ້ອນ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງຕໍ່​ປະຊາຊົນ​ຈີນ​ທຸກຖ້ວນ​ໜ້າ.

​ໃນ​ຂະ​ບວນການ​ຄົ້ນຄວ້າພິຈາລະນາ, ບັນດາສະ​ມາ​ຊິກ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ຢືນຢັນ​ຕໍ່​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ທີ່​​ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​​ໄດ້​ຄົ້ນຄວ້າ​ມາສາມ​ເທື່ອ​ແລະ​ໄດ້​ຂໍ​ຄຳ​ເຫັນ​ຈາກ​ທົ່ວ​ສັງຄົມ​ຫຼາຍ​ເທື່ອ, ​ທັງເຫັນ​ວ່າ​ຮ່າງ​ກົດໝາຍ​ດັ່ງກ່າວ​ ​ເໝາະກັບ​ສະຖານະ​ການ​ໃໝ່​ຂອງ​ສັງຄົມ​ແລະ​ສາມາດ​ແກ້​ໄຂ​ບັນຫາ​ໃໝ່. ຂະນະ​ດຽວ​ກັນ​, ສະມາຊິກບັນດາ​ທ່ານ​ຍັງ​ໄດ້​ປະກອບ​ຄວາມ​ເຫັນ​​ໃຫ້​ດັດ​ແກ້​ບາງ​ມາດຕາ.

​ ​ຜ່ານ​ການຄົ້ນຄວ້າພິຈາລະນາ, "ຮ່າງ​ບົດ​ບັນຍັດ​ທົ່ວ​ໄປ​ກົດໝາຍ​ແພ່ງ" ຈະດັດແກ້​ຕາມ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງສະມາຊິກສະພາ​ປະຊາຊົນ​ແຫ່ງ​ຊາດ, ​ແລະ​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ພິທີ​ປິດກອງ​ປະຊຸມສະພາປະຊາຊົນແຫ່ງຊາດຄັ້ງທີ 5 ຊຸດທີ 12.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ