ວຽງຈັນຮາຟມາລາທອນນາໆຊາດ ຈັດຢູ່ນະຄອນຫຼວງວຽງຈັນ
2017-03-12 14:03:13  cri 



ທ່ານກ່າວອີກວ່າ: ຈຸດປະສົງການຈັດງານຄັ້ງນີ້, ເພື່ອຢາກສົ່ງເສີມຄົນລາວຫັນມາເອົາໃຈໃສ່ສຸກຂະພາບໃຫ້ແຂງແຮງຂຶ້ນ ໂດຍສະເພາະ
ຄົນໃນຄອບຄົວກໍສາມາດອອກກຳລັງກາຍມີກິດຈະກຳຮ່ວມແລ່ນນຳກັນໄດ້ ແລະທັງເປັນການເປີດໂອກາດໃຫ້ຄົນທີ່ຢາກວັດຄວາມແຂງ
ແຮງຂອງຕົນວ່າຈະມີຄວາມອົດທົນໜ້ອຍຫຼາຍປານໃດ ໃນການແລ່ນໄລຍະທາງໄກໆ. ສຳລັບລາຍໄດ້ທັງໝົດນອກຈາກຈະນຳໃຊ້ເຂົ້າ
ໃນການຈັດງານແລ້ວ ເງິນຈໍານວນໜຶ່ງຈະໄດ້ນໍາໃຊ້ຈັດກິດຈະກຳໃໝ່ໆພາຍໃນນະຄອນຫຼວງວຽງຈັນ ແລະ ພາຍໃນປະເທດສໍາລັບຜູ້
ແລ່ນໄລຍະທາງ21 ກິໂລແມັດ ລາງວັນທີໜຶ່ງປະເພດຍິງ ແລະ ຊາຍ ໄດ້ຮັບເງິນສົດປະເພດລະ 5,000,000 ກີບ,ຕໍ່າສຸດໄດ້ຮັບ
ເງິນສົດ 500,000 ກີບ ພ້ອມຂັນແລະຫຼຽນລາງວັນ. ໄລຍະທາງ 10,5 ກິໂລແມັດທີໜຶ່ງປະເພດຍິງແລະຊາຍ ໄດ້ຮັບເງິນສົດ
2,000,000 ກີບ ຕໍ່າສຸດໄດ້ຮັບເງິນສົດ 200,000 ກີບ ພ້ອມຂັນ ແລະ ຫຼຽນລາງວັນ ແລະ ລາງວັນອື່ນໆ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ