ຈີນຟິລິບ​ປິນຕົກລົງ​ຈະ​ຮ່ວມ​ກັນ​ສ້າງ​ເຂດ​ສວນ​ອຸດສາຫະກຳ​ຢູ່​ຟິລິບ​ປິນ
2017-03-12 10:31:59  cri 
ວັນ​ທີ 11 ມີນານີ້, ​​ໂອກາດ​ກ່າວເຖິງ​ການ​ຢ້ຽມຢາມ​ຟິລິບ​ປິນ​ໃນ​ຫຼາຍ​ມື້ກ່ອນ ທ່ານຈົ່ງ​ຊ່ານ ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຄ້າ​ຈີນ​ເວົ້າວ່າ, ຈີນ​ແລະຟິລິບ​ປິນ​ໄດ້ປຶກສາຫາລື​​ແລະຕົກລົງ​ວ່າ ​ຈະ​ຮ່ວມ​ກັນ​ສ້າງ​ເຂດ​ສວນ​ອຸດສາຫະກຳ​ຢູ່​ຟິລິບ​ປິນ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 5 ສະ​ໄໝ​ທີ 12 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມີນາ​ນີ້, ທ່ານ​ຈົ່ງ​ຊ່ານ​ກ່າວ​ວ່າ, ທ່ານ​ຢ້ຽມຢາມ​ຟີ​ລິບ​ປິນ​ໃນ​ຫວ່າ​ງມໍ່​ໆນີ້ ​ແມ່ນ​ການ​ຢ້ຽມຢາມ​ຄັ້ງທຳ​ອິດ​ຫຼັງ​ຕົນຂຶ້ນ​ຮັບ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ, ​ເຖິງ​ວ່າ​ການຢ້ຽມຢາມ​ເປັນ​ເວລາ​ສັ້ນກໍ​ຕາມ, ​ແຕ່​​ໄດ້​ດຳ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ຕິດ​ແທດ​ຕົວ​ຈິງ ທັງ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ​. ​ໃນ​ໄລຍະ​ຢ້ຽມຢາ​ມ​ນີ້ ຈີນ​ແລະ​ຟິລິບ​ປິນ​ໄດ້​ມີ​ຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກັນ​ຫຼາຍ​ຢ່າງ​ໃນ​ດ້ານ​ການ​ຄ້າ ການ​ລົງທຶນ ການ​ສ້າງ​ເຂດ​ສວນ ການ​ສ້າງ​​ສິ່ງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່ສຳຄັນ ​ແລະ​ການຈັດ​ສັນ​ການ​ຄ້າ​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ.

ທ່ານ​ກ່າວ​ວ່າ, ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ເຕີບ​ໂຕ​ອ່າວ​ຊ້າ​ຍ້ອນສາ​​ເຫດ​ຕ່າງໆ​ໃນ​ຫຼາຍ​ປີຜ່ານມາ, ​ແຕ່​ໃນ​ຫຼາຍ​ເດືອນ​ມໍ່ໆ​ຜ່ານ​ມານີ້ ພັດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ແລະ​ມີ​ທ່າ​ແຮງ​ເຂັ້ມ​ແຂງ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ຈູ​ນ​ເຈືອກັນ​ຢ່າງ​ຫຼວງຫຼາຍ. ທ່ານ​ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ປະມຸກ​ລັດ​ສອງ​ຊາດ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟິລິບ​ປິນຍ່ອມ​ຈະ​ຂະຫຍາຍຕົວ​ຢ່າງ​ດີກ​ວ່າ​ເກົ່າ​ແລະ​ໄວ​ກວ່າ​ເກົ່າ, ການ​ຮ່ວມ​ມື​ເສດຖະກິດ​ການຄ້າ​ລະຫວ່າ​ງສອງ​ປະ​ເທດ​ກໍ​ຈະ​ໄດ້​ຮັບ​ຜົນງານ​ທີ່​ອຸດົມສົມບູນຕື່ມ​ອີກ, ປະກອບສ່ວນ​ຫຼາຍ​ກວ່​ເ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ