ທ່ານ​ນາງ​ປັກ​ກຸນ​ເຮ ອະ​ດີດ​ປະທາ​ນາ​ທິບໍດີ​ສ.​ເກົາຫຼີອອກ​ຈາກ​ຊົງ​ວາ​ເດ​ແລ້ວ
2017-03-13 21:40:48  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ນາງ​ປັກ​ກຸນ​ເຮ ອະດີດ​ປະທານາທິບໍດີ​ສ.​ເກົາຫຼີທີ່​ຖືກ​ກ່າວ​ຟ້ອງແລະ​ປົດ​ຕຳ​ແໜ່​ງ​ໄດ້​ອອກ​ຈາກ​ຊົງ​ວາ​ເດ​ໃນ​ຕອນ​ຄ່ຳວັນ​ທີ 12 ມີນາ​ນີ້​ແລະ​​ເຂົ້າ​ໄປຢູ່​​ເຮືອນ​ສ່ວນ​ຕົວຂອງ​ຕົນ​ຢູ່​ຊຳ​ຊົງ​ດົງ​ນະຄອນຫຼວງ​ເຊ​ອຸ່ນ​ແລ້ວ.
ຫຼັງສານ​ລັດຖະທຳ​ມະນູນມີ​ມະຕິ​ຖອດ​ຖອນ​ແລ້ວ,​ແຕ່ທ່ານ​ນາງ​ປັກ​ກຸນ​ເຮ​ຍັງຄົງ​ຢູ່​ຊົງວາ​ເດ​ສອງ​ຄືນ​ໂດຍ​ອ້າງ​ວ່າ​ຕ້ອງ​ສ້ອມ​ແປງເຮືອນ​ສ່ວນ​ຕົວ​​ແລະ​ຄຳ​ກ່າວ​ອ້າງ​ນີ້​ຖືກ​ພັກ​ຝ່າ​ຍຄ້ານ​ຕຳ​ໜິ.
ສານ​ລັດຖະທຳ​ມະນູນ​ສ.​ເກົາຫຼີ​ໄດ້​ມີ​ມະຕິ​ຖອດ​ຖອນ​ທ່ານ​ນາງ​ປັກ​ກຸນ​ເຮ​ໃນ​ວັນ​ທີ 10 ມີນາ​ນີ້ສົ່ງ​ຜົນ​ເຮັດ​ໃຫ້​ທ່ານ​ນາງ​ກາຍ​ເປັນ​ປະທານາທິບໍດີ​ທີ່​​ຖືກ​ກ່າວ​ຟ້ອງແລະ​ປົດ​ຕຳ​ແໜ່​ງຄົນ​ທຳ​ອິດ​ໃນ​ປະຫວັດສາດ​ການ​ເມືອງພາຍ​ໃຕ້​ລັດຖະທຳ​ມະນູນ​ຂອງສ.​ເກົາຫຼີ.ຫຼັງຕົກ​ຈາກ​ຕຳ​ແໜ່​ງ,ທ່ານ​ນາງ​ປັກ​ກຸນ​ເຮ​ກໍ​ບໍ່​ມີ​ອະພິສິດ​ທາງ​ຕຸລາການ​​ທັນທີ.​ແນວ​ໃດ​ກໍ​ດີ,ສື່ສ.​ເກົາຫຼີຄາດ​ຄະ​ເນ​ວ່າ,​ເພື່ອ​ຫຼີ​ກ​ເວັ້ນບໍ່​ໃຫ້​ກະທົບ​ຕໍ່ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ທີ່​ຈະ​ຈັດ​ຂຶ້ນ​ພາຍ​ໃນ 60 ວັນ,​ໄອ​ຍະ​ການ​ອາດ​ຈະ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຫຼັງການ​ເລືອກ​ຕັ້ງ​ທົ່ວ​ໄປຕື່ມອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ