ຜູ້ນຳຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ອາດ​ຈະ​ພົບ​ປະ​ເຈລະຈາ​ກັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ກອງ​ປະຊຸມ G20
2017-03-13 21:47:42  cri 
ຕາມ​ຂ່າວສານ​ຊິນ​ຮວາ:ສຳນັກ​ຂ່າວສານ​ຕັສລາຍ​ງານ​ໃນ​ວັນ​ທີ 12 ມີນາ​ນີ້​ວ່າ,ທ່ານ​ເປັສ​​ໂຄບ ​ເລຂາ​ຖະ​ແຫຼງຂ່າວ​ປະທານ​າທິບໍດີຣັດ​ເຊຍ​ກ່າວ​​ຫວ່າງ​ມໍ່ໆ​ນີ້​ວ່າ,ຖ້າ​ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ບໍ່​ສາມາດ​​ຕົກລົງ​​ກ່ຽວກັບ​ການ​ພົບ​ປະ​ເຈລະຈາ​​ລະຫວ່າງ​ຜູ້ນຳ​ໃນ​​​ໄລຍະ​ໃກ້ໆ​ນີ້,ການ​ພົບປະ​ກັນ​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ທ່ານວະ​ລາ​ດີ​ເມຍ ​ປູ​ຕິນ ປະທານາທິບໍດີ​ປະ​ເທດ​ຕົນ​ແລະ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ກໍຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ໄລ​ຍະ​ກອງ​ປະຊຸມ​ກຸ່ມ 20 ປະ​ເທດ​ຫຼື G20 ​ໃນ​ເດືອນ​ກໍລະກົດ​ປີ​ນີ້.
ທ່ານ​ເປັສ​ໂຄບ​ກ່າວ​ວ່າ,ອາ​ເມ​ລິ​ກາ​ກ່າວ​ຫາ​ຣັດ​ເຊຍ​ກ່ຽວ​ພັນ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງປະ​ເທດ​ດັ່ງກ່າວ​ແລະ​ໃສ່​ຮ້າຍ​ປ້າຍ​ສີຣັດ​ເຊຍ​ເຊິ່ງ​ເລື່ອງ​ນີ້ພວມ​ຂັດ​ຂວາງ​ການປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.​ແນວ​ໃດ​ກໍ​ດີ,ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ສອງ​ຝ່າຍ​ໃນ​ຕໍ່ໜ້າ​ນີ້​ກໍ​ຄືຜູ້ນຳ​ສອງ​ປະ​ເທດຄວນ​ນັ່ງ​ເຊິ່ງໜ້າ​​ແລະ​ເລີ່​ມ​ເຈລະຈາ​ກັນ.
ກ່ອນ​ໜ້າ​ນີ້,ທ່ານ​ເຊີ​ເກ ​ຣີອັບ​ໂຄບ ຮອງ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວຕໍ່​ສື່​ປະ​ເທດ​ຕົນ​ວ່າ,​ເຖິງ​ວ່າ​​ເວລາ​ແລະ​ສະຖານ​ທີ່​ຈະພົບ​ປະກັນ​ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​ຍັງ​ບໍ່​ທັນ​ຕົກ​ລົງ​ກັນ​ເທື່ອ,​ແຕ່​ກໍ​ພວມ​ດຳ​ເນີນ​ການ​ກະກຽມ​ໃຫ້​ແກ່​ການ​ເຈລະຈາ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ