ອາ​ເມ​ລິ​ກາ​ແນະນຳ​ການ​ລົງທຶນ​ປີ 2017
2017-03-13 21:51:42  cri 
ຕາມ​ຂ່າວສານ​ຈີນ:​ໂຄງການ​ "​ເລືອກ​ອາ​ເມ​ລິ​ກາ" 2017 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ສາງ​ຊຸນ​ປະ​ເທດ​ຈີນ​ໃນ​ວັນ​ທີ 13 ມີນາ​ນີ້​ແລະ​ໃນ​ໂອກາດ​ດັ່ງກ່າວ,ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ​ແລະ​ຜູ້ຕາງໜ້າ​ອົງການ​ທຸລະ​ກິດ​ຈາກ​ຫຼາຍລັດ​ຂອງ​ອາ​ເມ​ລິ​ກາ​ໄດ້​ແນະນຳ​ໂຄງການ​ລົງທຶນ​ທີ່​ບົ່ມ​ຊ້ອນ​​ເພື່ອ​ດຶງ​ດູດ​ການ​ລົງທຶນ​​ໃນ​ປະ​ເທດ​ຕົນ.
ທັງ​ນີ້​ອາ​ເມ​ລິ​ກາ​ໄດ້​​ປະກາດໂຄງການ "​ເລືອກ​ອາ​ເມ​ລິ​ກາ"​​ເມື່ອ​ປີ 2011 ​ເຊິ່ງ​ເປັນ​ໂຄງການ​ທີ່ລັດຖະບານ​ອາ​ເມ​ລິ​ກາ​ໂຄສະນາ​ຢ່າງຮອບດ້ານ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທັງ​ຫວັງ​ໃຫ້​ນັກ​ລົງທຶນ​ເຂົ້າ​ໃຈ​ຕະຫຼາດການ​ລົງທຶນ​ຂອງ​ປະ​ເທ​ດດັ່ງກ່າວໄດ້​ດີກ​ວ່າ​ເກົ່າ.
ການ​​ແນະນຳ​ໂຄງການ "​ເລືອກ​ອາ​ເມ​ລິ​ກາ" 2017 ​ໄດ້​ເລີ່​ມຕົ້ນ​ຢູ່​ເມືອງສາງຊຸນ​ແລະ​ຈະ​ຈັດ​ຂຶ້ນ​ຢູ່ 6 ​ເມືອງ​ຂອງ​ຈີນ​ຕາມ​ລຳດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ