ນາຍົກລັດຖະມົນຕີຈີນ​ສົ່ງ​ສານຊົມ​ເຊີຍ​ນາຍົກລັດຖະມົນ​ຕີ​ອັງກິດ
2017-03-14 11:37:44  cri 
ວັນ​ທີ 13 ມີນາ​ນີ້, ທ່ານ​ ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສົ່ງ​ສານຊົມ​ເຊີຍມາ​ຍັງ​ທ່ານນາງ ​​ເດີຣີຊາ ​ເມ ນາຍົກລັດຖະມົນຕີອັງກິດ​ໃນ​ໂອກາດ​ວັນ​ຄົບຮອບ 45 ປີ​ຂອງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະດັບ​​ເອກ​ອັກຄະ​ລັດຖະທູດລະຫວ່າງ​ຈີນ-ອັງກິດ.

ທ່ານ ຫຼີ​ເຄີ້ສຽງ ກ່າວ​ໃນ​ສານວ່າ: ຕະຫຼອດ​ໄລຍະ 45 ປີຜ່ານມາ, ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ-ອັງກິດ​ໄດ້​ເຊື່ອມ​ໂຍງ​​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້​ຮັບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ, ການ​ພົວພັນກັນ​ດ້ານ​ວັດທະນະທຳ​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ, ປະຊາຊົນ​​ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ. ຂະນະ​ດຽວ​ກັນ,ຈີນ​ກໍຍິນ​ດີ​ຮ່ວມ​ກັບ​ອັງກິດສຸມ​ທຸກ​ຄວາມ​ພະຍາຍາມ​ເສີມ​ສ້າງ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ໃຫ້ໜັກ​ແໜ້ນ​ກວ່າ​ເກົ່າ, ການ​ຮ່ວມ​ມື​ທີ່​ແທ້​ຈິງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຈະ​ໄດ້​ຮັບ​ໝາກຜົນໃໝ່ ​ເພື່ອ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​​ສອງ​ປະ​ເທດ.

​ສ່ວນທ່ານ​ນາງ ​ເດີຣີຊາ ​ເມ ​ກໍໄດ້​ສົ່ງ​ສານ​ອວຍພອນ​​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ຈີນ. ທັງ​ໄດ້​ຢືນຢັນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ອັງກິດ-ຈີນ​ໄດ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ນັບ​ມື້​ຫຼາຍ​ຂຶ້ນກວ່າ​ເກົ່າ, ການ​ພົວພັນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ນັບ​ມື້​​ໄດ້​ຮັບ​ການ​ສົ່ງ​ເສີມຂຶ້ນ​ຕື່ມ​ອີກ,ລວມທັງ​ດ້ານ​ວັດທະນະທຳກໍ​ໄດ້​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ​​​ແນວ​ໃດ​ກໍ​ດີໃນ​ອະນາຄົດ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ອຸດົມສົມບູນ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ