ສະພາ​ສູງ​ອັງກິດ​ຜ່ານ​ຍັດຕິ​​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ
2017-03-14 11:38:45  cri 
ຕອນ​ຄ່ຳ​ວັນ​ທີ 13 ມີນາ​ນີ້, ສະພາ​ສູງ​ອັງກິດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ຍັດຕິ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບ ​ແລ້ວ​ທັງໄດ້​ກຳຈັດ​ອຸປະສັກ​ທາງ​ກົດໝາຍ​ຕໍ່​ການ​ດຳ​ເນີນຂັ້ນ​ຕອນການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຂອງ​ປະ​ເທດ​ຕົນ. ທັງ​ນີ້ລັດຖະບານ​ອັງກິດ​ຈະ​ນຳ​ໃຊ້​ມາດຕາ​ທີ 50 ຂອງ​ສັນຍາ​ລິ​ສບອນ​ໃນ​ທ້າຍ​ເດືອນ​ນີ້ ​ແລະ​ ​ເລີ່​ມດຳ​ເນີນ​ການ​ເຈລະຈາ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບ.

​ໃນ​ທ້າຍ​ເດືອນກຸມພາ​ຜ່ານ​ມາ, ສະພາ​ຕ່ຳ​ອັງກິດ​ໄດ້​ຜ່ານ​ຍັດຕິ​​ການ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບດ້ວຍສຽງ​ສ່ວນຫຼາຍ ​ແລະ​ໄດ້​ຍື່ນ​ຍັດຕິ​​ໃຫ້​ສະພາ​ສູງ​ຄົ້ນຄວ້າ​ພິຈາລະນາ​, ​ແຕ່​ສະພາ​ສູງ​ອັງກິດ​ໄດ້​ສະ​​ເໜີ​ໃຫ້​ດັດ​ແກ້​ສອງ​ມາດຕາ ​ໂດຍ​ໄດ້ສົ່ງ​​ຍັດຕິ​ຄືນ​ໃຫ້ສະພາ​ຕ່ຳ​ເພື່ອ​ຄົ້ນຄວ້າ​ພິຈາລະນາ​ ​ໃໝ່.

ອີງ​ຕາມ​ກົດໝາຍ​ຂອງ​ສະຫະພາບ​ເອີຣົບ, ຖ້າ​ຂັ້ນ​ຕອນ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ​ໄດ້​​ເລີ່​ມດຳ​ເນີນ​ການແລ້ວ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ສຳ​ເລັດ​ການ​ເຈລະຈາ​ພາຍ​ໃນ 2 ປີ ​ແລະຖ້າ​ຈຳ​ເປັນ​ຕ້ອງ​ໄດ້​​ແກ່ຍາວ​ເວລາ​​ການ​ເຈລະຈາ, ຄວນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງ​ເປັນ​ເອກະ​ພາບ​ຈາກ 27 ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ເອີຣົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ