ຈີນ​ເຫັນ​ໃນ​​​ແງ່​ດີ​ຕໍ່​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ
2017-03-15 16:03:53  cri 
ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້ຕອບ​ນັກ​ຂ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນແຫ່ງ​ຊາດ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີນາ​ນີ້ ​ໂດຍ​ກ່າວ​ວ່າ, ຈີນ​​ເຫັນ​ໃນ​ແງ່​ດີ​ຕໍ່​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ.

ທ່ານ​ກ່າວ​ວ່າ, ພາຍຫຼັງ​ທ່ານ​ໂດ​ນັນ ທຣຳ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ກໍໄດ້​ໂທລະສັບ​ລົມ​ກັບ​ທ່ານ​ທຣຳ ​ແລະປະມຸກ​ລັດ​ສອງ​ປະ​ເທດ​ລ້ວນ​ແຕ່​ກ່າວ​ວ່າ​ຈະ​ຮ່ວມ​ກັນ​ຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​​ໃຫ້​ກ້າວ​ໄປ​ໜ້າ. ຂະນະ​ທີ່ທ່ານ​ທຣຳ ​ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ​ຊຸດ​ໃໝ່​ຂອງ​ອາ​ເມ​ລິ​ກາ​ກໍ​​ເປີດ​ເຜີຍ​ຢ່າງ​ຈະ​ແຈ້ງວ່າ, ຕ້ອງ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ ​ເຊິ່ງນີ້​ຄື​ພື້ນຖານ​ການ​ເມືອງ​​ຂອງ​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ ​ແລະບົນ​ພື້ນຖານ​ດັ່ງກ່າວ, ການ​ຮ່ວມ​ມື​ຈີນ-ອາ​ເມ​ລິ​ກາ​ຈິ່ງ​ມີ​ອະນາຄົດ​ທີ່​ສົດ​ໃສ​.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ມາ​ເປັນ​ເວລາຫຼາຍ​ສິບ​ປີ​ແລ້ວ ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ກວ້າງ​ຂວາງ. ​ເຖິງ​ວ່າ​ສອງ​ປະ​ເທດ​ມີ​ຄວາມ​ຂັດ​ແຍ້​ງກັນ, ​ແຕ່​ທັງ​ສອງ​ຝ່າຍກໍຕ້ອງ​ມີ​ຄວາມ​ໜັກ​ແໜ້ນ​ດ້ານ​ຍຸດ​ທະ​ສາດ, ​​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ ​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ. ປັດຈຸບັນ, ພາກສ່ວນ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ພວມ​ຕິດ​ຕໍ່​ພົວພັນ​ກັນ​ເພື່ອ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ. ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ບໍ່​ພຽງ​ແຕ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ພົວພັນ​ເຖິງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ, ພວກ​ເຮົາ​ຕ້ອງ​ຮັກສາ​​ແລະ​ເຮັດໃຫ້ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ກ້າວໄປ​ໜ້າ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ