ຈີນ​​ເນັ້ນ​​ເພີ່ມ​ທະວີ​ການຮ່ວມ​ມືກວດກາ​ຄຸນ​ນະພາ​ບກັບ​ອາ​ຊຽນ​ເປັນ​ທິດ​ທາງ​ບຸ​ລິ​ມະ​ສຸດ​ມາ​ໂດຍ​ຕະຫຼອດ
2017-03-15 16:25:13  cri 

ທ່ານ​ຈື່​ສຸ​ຜິ​ງ ຫົວໜ້າ​ອົງການຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະ​ກັກ​ກັນ​ແຫ່ງ​ຊາດ​ຈີນ ກ່າວ​ໃນ​ວັນ​ທີ 14 ມີນາ​ນີ້​ວ່າ ຈີນ​ໄດ້​ຖືເອົາການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກວດກາ​ຄຸນ​ນະພາ​ບກັບ​ອາ​ຊຽນ​ເປັນ​ທິດ​ທາງ​ບຸລິມະສິດ​ມາ​ໂດຍ​ຕະຫຼອດ.

ທ່ານ​ຈື່​ສຸ​ຜິ​ງ ກ່າວ​ວ່າ: ຈີນ​ແລະ​ອາ​ຊຽນ​ໄດ້​ສ້າງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ກວດກາ​ຄຸນ​ນະພາ​ບ​ແລະ​ກັກ​ກັນ ທັງ​ດຳ​ເນີນ​ການ​ຮ່ວມ​ມື​​ທາງມະຫາ​ພາກ​ແລະ​​ຍຸດ​ທະ​ສາດ. ​ໃນ 3 ປີຜ່ານມາ, ສອງ​ຝ່າຍໄດ້​​ເຊັນ​ສັນຍາ​ການ​ກວດກາ​ຄຸນ​ນະພາ​ບ​ແລະ​ກັກ​ກັນ​ຜະລິດ​ຕະພັນ​ກະສິກຳ​ກໍ​ຄືອາຫານຫຼາຍກວ່າ 20 ສະບັບ, ທັງ​ໄດ້​ເພີ່ມ​ທະວີ​ພື້ນຖານການຮ່ວມ​ມື​ດ້ານ​ເຕັກນິກ​ຄຸນ​ນະພາ​ບ ​ໂດຍ​ການ​ກໍ່​ສ້າງ 6 ສູນ​ຮ່ວມ​ມື​ໃຫຍ່​ຈີນ​-ອາ​ຊຽນທາງ​ຄຸນ​ນະພາ​ບ, ການ​ຫັນ​ເປັນ​ມາດຕະຖານ, ການວັດ​ແທກ, ການ​ຢັ້ງຢືນ​ແລະ​ກວດກາ​ຄຸນ​ນະພາ​ບ ​ແລະ​ອື່ນໆ ຢູ່​ເມືອງ​ໜານ​ໜິງ ​ເຂດ​ກວາງຊີ ສປຈີນ ທັງ​ຍົກ​ລະດັບ​ວິຊາ​ສະ​ເພາະ​ໃຫ້​ແກ່​​ເຈົ້າໜ້າທີ່​ທີ່​ກ່ຽວຂ້ອງ​ຂອງປະ​ເທດ​ໃນ​ອາ​ຊຽນ.

ທ່ານ​ຈື່​ສຸ​ຜິ​ງ ກ່າວ​ຕື່ມ​ວ່າ: ​ໃນ​ຕໍ່ໜ້າ, ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ການ​ກວດກາ​ຄຸນ​ນະພາ​ບຕື່ມ​ອີກ ​ໂດຍ​ສະ​ເພາະ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເຂດ​ກວາງຊີ ​ແລະ ​ແຂວງ​ຢຸນນານ ທີ່​ຕິດ​ກັບປະ​ເທດ​ໃນ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ