ຢຸນນານ​ກຽມ​ຈັດງານ​ວາງສະ​ແດງ​ສິນຄ້າ​ໃນ​ເດືອນມິຖຸນາ​ປີ​ນີ້
2017-03-15 10:57:36  cri 
​​​ແຕ່ວັນ​ທີ 12 ຫາ​ວັນ​ທີ 18 ມິຖຸນາ​ປີນີ້, ​​ເມືອງ​ຄຸນ​ໝິງ​​ແຂວງ​ຢຸນນານ​ ສປ ຈີນ​ຈະ​ຈັດງານ​ວາງສະ​ແດງ​ສິນຄ້າ​ແລະກອງ​ປະຊຸມ​ປຶກສາ​ຫາລື​ການ​ຄ້າ​ແລະ​ກາ​ນລົງທຶນຂອງອາຊີ​​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 2017 ​ເພື່ອ​ຊຸກຍູ້​ປະ​ເທດ​​ແລະ​ເຂດ​ແຄວ້ນຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ມີ​ສ່ວນ​ຮ່ວມ​ໃນ​ການ​ປຶກສາ​ຫາລື,ກໍ່ສ້າງ​ແລະ​ຊົມ​ໃຊ້ຮ່ວມ​ກັນ​​.

ງານ​ວາງສະ​ແດງ​ສິນຄ້າແລະ​ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ໂດຍການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ສະພາ​ການ​ຄ້າ​ສາກົນ​ຈີນ,ສະພາ​ອຸດສາຫະກຳ​ການ​ຄ້າ​ສະມາຄົມ​ອາຊີໃຕ້,ສູນ​ຈີນ-ອາ​ຊຽນ​​ແລະ​ເນັ້ນ​ຫົວ​ຂໍ້ "ພ້ອມ​ກັນ​ສ້າງ​ໂອກາດ​ໃໝ່ ພ້ອມ​ກັນ​ສະ​ແຫວ​ງຫາ​ການ​ພັດທະນາ​ໃໝ່" ​​ແລະ​ການວາງສະ​ແດງ​ສິນຄ້າ​ຂອງ​ປະ​ເທດ​​ໃນອາຊີ​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,ຊຸກຍູ້​ການ​ປຶກສາ​ຫາລື​ດ້ານ​ການ​ລົງທຶນ​ແລະ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ປະ​ເທດ​ໃນ​ອາຊີ​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ທັງ​ນີ້​ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ​ເມືອງ​ຄຸນ​ໝິງ​ແຂວງ​ຢຸນນານ​ໄດ້​ປະສົບ​ຜົນສຳ​ເລັດ​​ໃນ​ການຈັດ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາຊີ​ໃຕ້ມາ​ແລ້ວ 4 ຄັ້ງ​ຕິດ​ຕໍ່​ກັນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ