ຫາລື ສົ່ງເສີມການຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ
2017-03-15 16:42:43  cri 
ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ຮ່ວມ​ກັບ ກະຊວງສິ່ງແວດ ລ້ອມ ແຫ່ງ ປະເທດຍີ່ປຸ່ນ, SLoCaT, UNESCAP, UNOSD ​ແລະ UNCRD ຈັດກອງປະຊຸມ ​ເພື່ອ​ປຶກສາ​ຫາລື​ຮ່ວມກັນ ​ໃນ​ຫລາຍ​ບັນຫາ ​ໂດຍ​ສະ​ເພາະ​ແມ່ນ​ການຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນວັນທີ 14 ມີນາ 2017, ຢູ່ນະຄອນຫລວງວຽງຈັນ​ ​ໂດຍ​ພາຍ​ໃຕ້​ຄຳ​ຂວັນ    "​ແຜນ​ດຳ​ເນີນ​ການ ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ແບບ​ຍືນ​ຍົງ ຮອດ​ປີ 2030 ທີ່​ສອດ​ຄ່ອງກັບ ​ແຜນ​ພັດທະນາ​ແບບ​ຍືນ​ຍົງ" ໂດຍ​ມີ​ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ແຫ່ງ ສປປ ລາວ, ບັນດາ​ຜູ້ນຳ​ລະດັບ​ສູງ​ ຈາກ​ບັນດາ​ປະ​ເທດ ​ໃນ​ອາຊີ-ປາຊີ​ຟິກ ທັງ​ໝົດ 46 ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

​    ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ບັນດາ​ຜູ້​ເຂົ້າ​ຮ່ວມ ​ໄດ້​ປຶກສາ​ຫາລື​ກັນ​ ກ່ຽວກັບ​ການ​ມີ​ສ່ວນ​ຮ່ວມ​ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ເປັນ​ສະມາຊິກ​ຂອງ EST ເພື່ອບັນລຸຄາດໝາຍປີ 2030 ຂອງການພັດທະນາແບບຍືນຍົງ ຫລື SDGs ໂດຍການຈັດຕັ້ງປະຕິບັດ ການຂົນສົ່ງແບບຍືນຍົງ ຂອງບັນດາປະເທດດັ່ງກ່າວ, ປຶກສາ ຫາລືກ່ຽວກັບບັນຫາຕ່າງໆ ທາງດ້ານນະໂຍບາຍ, ມາດຕະການ, ກົນໄກທາງດ້ານເຕັກໂນໂລຊີ ແລະ ການເງິນຕະຫລອດຮອດຄູ່ຮ່ວມມື ດ້ານວຽກງານການຂົນສົ່ງ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ,  ຫາລືດ້ານນະໂຍບາຍ ກ່ຽວກັບການເຂົ້າເຖິງຊົນນະບົດ ແລະ ເຊື່ອມຈອດກັບຊົນນະບົດ ໃນດ້ານຄວາມປອດໄພ ດ້ານອາຫານ ​ແລະ ລຶບລ້າງໄພອຶດຫິວ, ຫາລືກ່ຽວກັບວິທີການໃຫ້ການ ຂົນສົ່ງ ແບບຍືນຍົງ ສາມາດປະກອບສ່ວນໃນວຽກງານ ສົ່ງເສີມຄວາມເທົ່າທຽມກັນ ຂອງຍິງ-ຊາຍ ແລະ ວຽກງານຍົກສູງບົດບາດຂອງເພດຍິງ ແລະ ເດັກຍິງ, ທົບທວນຄືນຄວາມຄືບໜ້າ ແລະ ບົດ ຮຽນຂອງການຈັດຕັ້ງປະຕິບັດ ຖະແຫລງການບາງກອກ 2020 ແລະ ຖອດຖອນບາງ ບົດຮຽນອັນຈຳເປັນທີ່ໄດ້ຮັບ ເພື່ອເປັນທິດທາງ ໃຫ້ບັນດາປະເທດສະມາຊິກ EST ກ້າວໄປທາງໜ້າ ສູ່ເປົ້າໝາຍການ ພັດທະນາແບບຍືນຍົງ ໂດຍການຈັດຕັ້ງປະຕິ ບັດການຂົນສົ່ງແບບຍືນຍົງ

ໃນໂອກາດ​ດັ່ງກ່າວ, ທ່ານ ສົມ​ດີ ດວງ​ດີ ກ່າວ​ວ່າ: ສປປ ລາວ ​ເປັນ​ປະ​ເທດ​ທີ່​ກຳລັງ​ພັດ ທະນາ ​ທີ່​ບໍ່​ມີ​ທາງອອກ​ສູ່​ທະ​ເລ ພວກ​ເຮົາ​ກໍ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ພື້ນຖານ​ໂຄງ​ລ່າງ ​ແລະ ຊັບພະຍາກອນ​ມະນຸດ. ຕໍ່​ກັບ​ບັນຫາ​ດັ່ງກ່າວ, ລັດຖະບານ​ແຫ່ງ ສປປ ລາວ ​ໄດ້​ກຳ ນົດ​ນະ​ໂຍບາຍ​ຕ່າງໆ​ ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ໂດຍ​ສະ​ເພາະ​ການ​ເຊື່ອມ​ໂຍງ ​ລະຫວ່າງ​ພາກ​ພື້ນ ​ແລະ ອານຸພາກ​ພື້ນ, ການ​ຫັນປ່ຽນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ​ໃຫ້​ເປັນ​ປະ​ເທດ​ທີ່​ມີ​ການ​ເຊື່ອມ​ຈອດ​ທາງບົກ ​ກັບປະ​ເທດ​ຕ່າງໆ​ ​ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ