ຈີນ​ຍັງຄົງ​​ເປັນ​ກຳລັງ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງທົ່ວ​ໂລກ
2017-03-15 11:25:29  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ຕອບ​ຄຳ​ຖາມນັກ​ຂ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໃນຕອນ​ເຊົ້າວັນ​ທີ 15 ມີນາ​ນີ້.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ປີ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ເປັນປະມານ 6,5% ​ເຊິ່ງ​ເປັນຈັງ​ຫວະ​ເຕີບ​ໂຕ​ທີ່​ບໍ່ຕ່ຳ ​ແລະ​ກໍ​ບໍ່​ງ່າຍ​ໃນ​ການ​ປະຕິບັດ​ຕົວ​ຈິງ. ຖ້າວ່າ​ປີ​ນີ້​ຈີນ​ສາມາດ​ບັນລຸ​ເປົ້າໝາຍ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ປະລິມານ​ການ​ເຕີບ​ໂຕ​ກໍ​ຈະ​ໃຫຍ່​ກວ່າ​ປີຜ່ານມາ ​ເພາະວ່າ​ມັນ​ເປັນ​ການ​ເຕີບ​ໂຕ​ບົນ​ພື້ນຖານ​ທີ່​ຍອດ​ມູນ​ຄ່າ​ເສດຖະກິດ​ໄດ້​ລື່ນ 74.000 ຕື້ຢວນ ​ເທົ່າ​ກັບ 11.000 ຕື້​​ໂດ​ລາ​ສະຫະລັດ ​ແລະ​ຈະ​ສ້າງ​ຕຳ​ແໜ່​ງວຽກງານ​ໄດ້ຫຼາຍກວ່າ 11 ລ້ານ​ຕຳ​ແໜ່​ງ. ທັງ​ນີ້​ໄດ້​ສອດຄ່ອງ​ກັບ​ກົດ​ເກນ​ເສດຖະກິດ ທັງ​ສາມາດ​ເອົາ​ໃຈ​ໃສ່​ຄຸນນະພາ​ບ ​ແລະ ປະສິດທິພາບ​ໄດ້ຫຼາຍກວ່າ​ເກົ່າ, ​ໄດ້ປະກອບສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງເສດຖະກິດ​ໂລກບໍ່ໜ້ອຍ. ​ແນວ​ໃດ​ກໍ​ດີ, ຈີນ​ຍັງ​ຄົງ​ແມ່ນ​ກຳລັງ​​ສຳຄັນ​ໃນ​ການ​ຊຸກຍູ້​ເສດຖະກິດ​ໂລກ​ໃຫ້​ເຕີບ​ໂຕ ພາຍ​ໃຕ້​ສະພາບ​ການ​ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ອ່ອນ​ແອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ