ໄອ​ຍະ​ການ ສ.​ເກົາຫຼີອອກ​ໝາຍ​ຮຽກ​​ທ່ານ​ນາງ​ປັກ​ກຸນ​ເຮ
2017-03-16 15:48:19  cri 

​ເຈົ້າໜ້າ​ທີ່​ໄອ​ຍະ​ການ ສ.​ເກົາຫຼີ ​ໄດ້​ຢືນຢັນ​ຕໍ່ນັກ​ຂ່າວ​ໃນ​ວັນ​ທີ 15 ມີນາ​ນີ້​ວ່າ ​ໄດ້​​ແຈ້ງ​​ໃຫ້ທ່ານ​ນາງ​ປັກ​ກຸນ​ເຮ ອະດີດ​ປະທານາທິບໍດີ​ຕ້ອງ​ເຂົ້າ​ຮັບຟັງ​ການສື​ບສວນ-ສອບ​ສວນ​ຢູ່​ພະ​ແນ​ກ​ໄອ​ຍະ​ການ​ສູນ​ກາງ​ນະຄອນຫຼວງ​ເຊ​ອຸນ​ໃນ​ວັນ​ທີ 21 ​ເດືອນ​ນີ້.

ຂ່າວ​ແຈ້ງວ່າ, ​​​​ໃນເທື່ອ​ນີ້, ທ່ານ​ນາງ​ປັກ​ກຸນ​ເຮຈະ​ເຂົ້າ​ຮັບ​ຟັງ​ການ​ສືບສວນ​ຢູ່​ອົງການ​​ໄອ​ຍະ​ການ​ໃນ​ຖານະ​ເປັນ​ຜູ້​ຕ້ອງ​ສົງ​ໄສ, ຂະນະ​ທີ່​ເຈົ້າໜ້າ​ທີ່​ໄອ​ຍະ​ການ​ແລະ​ຄະນະ​ສືບສວນ​ພິ​ເສດ​ໄດ້​ກ່າວ​ຟ້ອງ​ທ່ານ​ກວ່າ 10 ຂໍ້​ຫາ. ທັງ​ໄດ້​ຢືນຢັນ​ວ່າທ່ານ​ນາງ​ປັກ​ກຸນ​ເຮ​ເປັນ​ຜູ້​ຕ້ອງ​ສົງ​ໄສ ​ໃນ​ການ​ສືບສວນ-ສອບ​ສວນ​ເຫດການ "ຄົນ​ສະໜິດ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ບໍລິຫານ​ລັດ" ​ໂດຍ​ສົງ​ໄສ​​ໄດ້​ສົມຮູ້​ຮ່ວມຄິດ​ກັບ​ນາງ​ຊອຍ​ຊຸນ​ຊິວ ໝູ່​​ຂອງ​ຕົນ​ໃນ​ການ​ກິນ​ສິນ​ບົນ ​ແລະ ​ໃຊ້​ສິດ​ອຳນາດ​ໃນ​ທາງ​ບໍ່​ຖືກຕ້ອງ ​ເປັນຕົ້ນ.

ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ​ໄດ້​ມີ​ມະຕິ​ຮັບຮອງ​ການ​ຖອດ​ຖອນ​ທ່ານ​ນາງ​ປັກ​ກຸນ​ເຮ​ອອກ​ຈາກ​ຕຳ​ແໜ່​ງປະທານາທິບໍດີ​ໃນ​ວັນ​ທີ 10 ມີນາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້ຜູ້ກ່ຽວກາຍ​ເປັນ​ປະທານາທິບໍດີ​ຜູ້​ທຳ​ອິດ​ທີ່​ຖືກ​ຖອດ​ຖອນອອກ​ຈາກ​ຕຳ​ແໜ່​ງ​ໃນ​ປະຫວັດສາດຂອງປະ​ເທດ​ດັ່ງກ່າວ ທັງ​ສູນ​ເສຍອະພິຊິດ​ທາງ​ກົດໝາຍອີກດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ