ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ​ພົບ​ປະ​ກັບ​ຜູ້ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ
2017-03-16 10:52:18  cri 
ວັນ​ທີ 15 ມີນາ​ນີ້ ຢູ່ນະຄອນຫຼວງ​ປັກ​ກິ່ງ, ທ່ານ ສາງ​ວ້ານສວນ ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຟາ​ມຮ້ວຍນາມ ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ.

ທ່ານ ສາງ​ວ້ານສວນ ກ່າວ​ວ່າ: ລະບອບ​ການ​ເມືອງ​ຂອງຈີນ-ຫວຽດນາມ​ເປັນ​ລະບອບ​ດຽວ​ກັນ, ອຸດົມ​ຄະຕິ​ຢູ່​ໃນ​ລະດັບ​ດຽວ​ກັນ, ​ເສັ້ນທາງ​​ແຫ່ງ​ການ​ພັດທະນາ​​​ກໍໄປ​ຕາມ​ທິດ​ທາງ​ດຽວ​ກັນ, ມີ​ສ່ວນ​ພົວພັນ​ກັນ​​ດ້ານ​ຊະຕາກຳ, ​ແມ່ນ​ປະຊາ​ຄົມ​ຮ່ວມຊະຕາກຳ​ທີ່​ມີ​ຄວາມ​ໝາຍ​​ດ້ານ​ຍຸດ​ທະ​ສາດ. ຈາກນີ້,ກອງທັບ​ຈີນຈຶ່ງ​ຍິນ​ດີ​ຮ່ວມ​ກັບ​ກອງທັບ​ຫວຽດນາມ ຈັດ​ຕັ້ງ​ປະຕິບັດ​ຄວາມເປັນ​ເອກະ​ພາບ​ທີ່​ທ່ານ ສີ​ຈິ້ນ​ຜິ​ງ ​​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດຈີນ, ປະທານ​ປະ​ເທດ ທ່ານ ​ຫງຽວນຟູ​ຈອງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຢ່າງຮອບດ້ານ, ຮ່ວມ​ກັນ​ປົກ​ປັກ​ຮັກສາບັນຍາກາດ​​ແຫ່ງການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດກໍ​ຄືສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ ຟາ​ມຮ້ວຍນາມ ກ່າວ​ວ່າ: ກອງທັບ​ຫວຽດນາມ​ໂດຍ​ສະ​ເພາະ​ ​ກອງທັບ​ເຮືອ​ຫວຽດນາມ​ຍິນ​ດີ​ຮ່ວມ​ກັບ​ກອງທັບ​ເຮືອ​ຈີນ, ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ,​ປະກອບສ່ວນ​ເພື່ອ​​ເສີມຂະຫຍາຍສາຍ​ພົວພັນ​ລະຫວ່າງ​ສອງ​ລັດ-ສອງ​ກອງທັບ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ