ສະຫະພັນ​ບານ​ເຕະ​ອາຊີ​ປະກາດ​ປ່ຽນ​ສະຖານ​ທີ່​​ແຂ່ງຂັນ​​ເຕະບານ​ຮອບຄັດ​ເລືອກ​ລະຫວ່າງ​ມາ​ເລ​ເຊຍ ​ແລະ ສປປ ​ເກົາຫຼີ
2017-03-16 11:14:49  cri 
ສະຫະພັນ​ບານ​ເຕະອາຊີ​ໄດ້​ປະກາດ​ໃນ​ວັນ​ທີ 15 ມີນາ​ນີ້​ວ່າ: ການ​ແຂ່ງຂັນ​​ເຕະບານ​ຮອບຄັດ​ເລືອກ​ລ່ວງ​ໜ້າ​ຊີງຂັນ​ອາຊີ​ປີ 2019 ລະຫວ່າງ​ທີ​ມ ສປປ ​ເກົາຫຼີ ​ແລະ​ທີ​ມ ມາ​ເລ​ເຊຍທີ່​​​ເບື້ອງ​ຕົ້ນ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພຽງ​ຢາງ​ຂອງ ສປປ ​ເກົາຫຼີ ​ໃນ​ວັນ​ທີ 28 ​ມີນາ​ນີ້​ຈະ​ປ່ຽນ​​​​ເປັນ​ສະໜາມ​ເປັນກາງ​ແລະ​ຈັດ​ຂຶ້ນ​ໃນວັນ​ທີ 8 ມິຖຸນາປີ​ນີ້.

ສະຫະພັນ​ບານ​ເຕະ​ອາຊີ​ໄດ້ອອກຖະ​ແຫຼ​ງການ​ສະບັບ​ໜຶ່ງ​​ໂດຍ​ລະບຸວ່າ: ​ຫຼັງພິຈາລະນາ​ເຖິງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສປປ ​ເກົາຫຼີ - ມາ​ເລ​ເຊຍ​ມີ​ເຄັ່ງ​ຕຶງ​ນັ້ນ​ລວມທັງຫຼັງ​ຈາກ​ໄດ້​ຕົກລົງ​ຈະ​ເລື່ອນກຳ​ນົດການ​ແຂ່ງຂັນ​ແລ້ວຈຶ່ງໄດ້​ສົ່ງ​ຈົດໝາຍ​ຫາ​ສະຫະພັນ​ບານ​ເຕະຂອງ ສປປ​ ​ເກົາຫຼີ​ໃນ​ວັນ​ທີ 13 ມີນາ​ນີ້ ​ໂດຍ​ຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ​ສະ​ເໜີ​ສະໜາມ​ຈັດການ​ແຂ່ງຂັນ​ເປັນກາງ​ແຫ່ງ​ໜຶ່ງ​ກ່ອນ​ວັນ​ທີ 14 ​​ເດືອນ​ໜ້າ. ຖ້າ​ເລືອກ​ຈັດການ​ແຂ່ງຂັນຮອບ​ທຳ​ອິດ​ຢູ່​ສະໜາມເປັນກາງ, ​ການ​ແຂ່ງຂັນ​ທີ່​ໄດ້​ຕົກລົງ​ເບື້ອງ​ຕົ້ນຈະ​ຈັດ​ຂຶ້ນ​ຢູ່​ສະໜາມຂັນ​ຂອງ​ມາ​ເລ​ເຊຍ​ໃນ​ວັນ​ທີ 14 ພະຈິກ​ປີ​ນີ້​ກໍ່​ຈະ​ປ່ຽນ​​ໄປສູ່​ສະໜາມ​ເປັນກາງດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ