ທັດສະນະຕໍ່ກອງປະຊຸມ 2 ສະພາຂອງຈີນ 2017
2017-03-16 10:50:06  cri 

 

ທັດສະນະຕໍ່ກອງປະຊຸມ 2 ສະພາຂອງຈີນ 2017

( ທ່ານ ສັງຂານ ຈູມຄຳພັນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ )

ກອງປະຊຸມ 2 ສະພາຂອງຈີນທີ່ດຳເນີນປີລະເທື່ອໃນເດືອນມີນາ ຄື : ກອງປະ ຊຸມສະພາຜູ້ແທນປະຊາຊົນແຫ່ງຊາດ ທີ່ເປັນອົງການ
ນິຕິບັດຍັດສູງສຸດແລະ ກອງປະຊຸມສະພາທີ່ປຶກສາການເມືອງປະຊາຊົນ ທີ່ເປັນອົງການແນວໂຮມ ຮັກຊາດປີ 2017 ນີ້ໄດ້ດຳເນີນ
10 ກວ່າວັນຄຽງຄູ່ກັນໄປ . ສຳລັບຂ້າພະເຈົ້າໄດ້ ຕິດຕາມຂ່າວຄາວການເຄື່ອນໄຫວຂອງ 2 ກອງປະຊຸມຜ່ານສື່ຕ່າງໆຂອງຈີນຢ່າງ
ໃກ້ຊິດ ເພາະວ່າໃນປະເທດລາວປະຈຸບັນການຮັບສື່ຕ່າງໆຂອງຈີນມີຄວາມສະ ດວກສະບາຍຫຼາຍ ໂດຍສະເພາະແມ່ນຜ່ານວິທະຍຸ
ສາກົນແຫ່ງປະເທດຈີນ (  CRI ) ທີ່ໄດ້ຮັບຄວາມນິຍົມຈາກຜູ້ຟັງລາວຫລາຍ. ໃນກອງປະຊຸມ 2 ສະພາ ປີນີ້ ຂ້າພະເຈົ້າສັງເກດ
ເຫັນວ່າມີຫຼາຍຫົວຂໍ້ມີຫຼາຍບັນຫາທີ່ໃໝ່ໆໜ້າສົນໃນໃນການພັດທະນາເສດຖະກິດສັງຄົມຂອງ ສປ ຈີນທີ່ເປັນປະເທດທີ່ມີຂະໜາດ
ເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ, ເຊັ່ນ : ບັນຫາການເຮັດສົງຄາມຕ້ານ ການສໍ້ລາດບັງຫຼວງ ທີ່ນັບແຕ່ປີ 2012 ເປັນຕົ້ນ
ມາ ພັກແລະລັດຖະບານຈີນ ຕ້ານໄດ້ຢ່າງເປັນຮູບປະທຳຈົນໄດ້ຮັບແຮງສັດທາຈາກປະຊາຊົນຈີນ ແລະ ປະຊາຄົມໂລກຢ່າງກ້ວາງ
ຂວາງ, ບັນຫາອັດຕາການເຕີມໂຕຂອງເສດຖະກິດ ຫຼື  GDP  ທີ່ປະຈຸບັນຈີນເນັ້ນເຕີບໂຕບໍ່ໄວເກີນໄປແຕ່ໃຫ້ມີຄວາມໝັ້ນຄົງຍືນຍົງ,
ບັນຫາສະຫວັດດີການສັງຄົມ, ບັນຫາການປະຕິຮູບດ້ານສາທາລະນະສຸກ, ບັນຫາຍົກສູງລາຍຮັບຂອງພົນລະເມືອງ, ບັນຫາຄວາມ
ປອດໄພດ້ານອາຫານ, ບັນຫາຫຼຸດຜ່ອນມົນລະພິດທີ່ຈີນພວມປະເຊີນຢ່າງໜັກໜ່ວງ, ບັນຫາການສຶກສາ, ການສ້າງວຽກເຮັດງານທຳ,
ການດຳເນີນໂຄງການຂະໜາດໃຫຍ່ 1 ແລວທາງ 1 ເສັ້ນທາງ ເພື່ອຮ່ວມກັນພັດທະນາຮ່ວມມກັນຜາສຸກລະຫວ່າງບັນດາ ປະເທດ
ທີ່ຕັ້ງຢູ່ລຽບຕາມແລວທາງໃນອາຊີ ເອີຣົບ ແລະ ອາຟຣິກາ ແລະບັນຫາອື່ນໆທີ່ ສ້າງຄວາມສົນໃຈໃຫ້ປະຊາຊົນຈີນແລະຊາວໂລກ
ຕິດຕາມຢ່າງໃຫ້ຊິດ ເພາະວ່າ ຍຸກນີ້ຈີນຂາດໂລກບໍ່ໄດ້ ແລະ ໂລກກໍໍຂາດຈີນບໍ່ໄດ້ເຊັ່ນດຽວກັນ, ມີຫຍັງເກີດຂຶ້ນ ຢູ່ຈີນກໍຍ່ອມສົ່ງ
ຜົນກະທົບຕໍ່ໂລກເຊັ່ນດຽວກັນ.

ສຳລັບຂ້າພະເຈົ້າຂໍສັງເກດການປຶກສາຫາລືພິຈາລະນາຄົ້ນຄວ້າຂອງຜູ້ແທນທີ່ ເຂົ້າຮ່ວມໃນກອງປະຊຸມ 2 ສະພາປີນີ້ ລົງເລິກ 2
ບັນຫາ :

 ບັນຫາທີ 1 ກ່ຽວກັບການສ້າງວຽກເຮັດງານທຳໃຫ້ພົນລະເມືອງປະເທດຈີນ ເປັນປະເທດທີ່ມີພົນລະເມືອງຫຼາຍທີ່ສຸດໃນໂລກສະນັ້ນ
ວຽກນີ້ບໍ່ງ່າຍເລີຍ ວຽກນີ້ ລັດຖະບານຈີນພະຍາຍາມແກ້ໄຂມາຕະຫຼອດ ເພາະວ່າແຕ່ລະປີ ນັກຮຽນນັກ ສຶກສາທີ່ຈົບມີຫຼາຍລ້ານຄົນ
ຜົນກໍຄືໃນຊຸມປີມໍ່ໆມານີ້ໃນແຕ່ລະປີຈີນ ສ້າງມາດ ສ້າງວຽກເຮັດງານທຳໃໝ່ຢູ່ໃນເມືອງໄດ້ຫຼາຍກວ່າ 10 ລ້ານຄົນ ທີ່ຖືວ່າປະສົບ
ຜົນສຳເລັດຫຼາຍສົມຄວນ, ແຕ່ສິ່ງທ້າທາຍກໍແມ່ນ ຄວາມຕ້ອງ ການວຽກເຮັດ ງານທຳໃນແຕ່ລະປີແມ່ນປະມານ 15 ລ້ານຕຳແໜ່ງ,
ວິທີທາງອອກທີ່ດີວິທີ ໜຶ່ງກໍຄືການປຸກລະດົມແລະອຳນວຍຄວາມສະດວກ ສ້າງເງື່ອນໄຂໃຫ້ບັນດິດຈົບໃໝ່ດຳເນີນທຸລະກິດຂອງຕົນ
ເອງ ຊຶ່ງນອກຈາກເຮັດໃຫ້ຜູ້ກ່ຽວມີວຽກເຮັດ ງານທຳຮັ່ງມີລວຍຂຶ້ນແລ້ວ ຍັງສາມາດຊ່ອຍລັດຖະບານສ້າງຕຳແໜ່ງງານໃໝ່ໃຫ້ຄົນ
ອື່ນອີກ. ການດຳເນີນທຸລະກິດສ່ວນຕົວເປັນສິ່ງທີ່ໜ້າສົນໃຈ ເພາະໃນ ເມື່ອລັດຖະບານອຳນວຍຄວາມສະດວກສ້າງເງື່ອໄຂໃຫ້ເປັນ
ຕົ້ນວ່າ ການກູ້ຢືມ ເງິນຈາກທະນາຄານມາລົງທຶນດຳເນີນທຸລະກິດ ແນ່ນອນຜູ້ດຳເນີນທຸລະກິດ ຕ້ອງໄດ້ຄົ້ນຄວ້າຄົ້ນຄິດສິ່ງໃໝ່ເພື່ອ
ອອກມາແຂ່ງຂັນໃນຕະຫຼາດ ເຮັດໃຫ້ ເຂົາເຈົ້າສາມາດນຳໃຊ້ຫົວຄິດປະດິດສ້າງສິ່ງໃໝ່ໆຂອງຕົນຢ່າງເຕັມທີ່ເຮັດໃຫ້ ເກີດການພັດ
ທະນານະວັດຕະກຳທີ່ພັກລັດຖະບານຈີນພວມສົ່ງເສີມຢ່າງຈິງຈັງຢູ່ .

ບັນຫາທີ່ 2 ທີ່ຂ້າພະເຈົ້າສົນໃຈແລະຂໍລົງເລິກໃນ 2 ກອງປະຊຸມສະພາປີນີ້ ແມ່ນ ການບໍລິການຮັບໃຊ້ປະຊາຊົນຂອງກົງຈັກລັດ.ພະ
ນັກງານລັດຖະກອນບໍ່ວ່າ ສູນກາງກໍຄືທ້ອງຖິ່ນ ບໍ່ວ່າຢູ່ປະເທດໃດກໍຕາມ ເງິນເດືອນຂອງເຂົາເຈົ້າ ລ້ວນ ມາ ຈາກການເກັບພາສີນຳ
ປະຊາຊົນ. ສະນັ້ນ, ຜ່ານມາມັນມັກເກີດພະຍາດ ອາດຍາ ສິດຫ່າງເຫີນມະຫາຊົນຂອງພະນັກງານລັດຖະກອນຈຳນວນໜຶ່ງທີ່ສວຍໃຊ້
ຖາ ນະຕຳແໜ່ງກອບໂກຍສ້າງຮັ່ງຄູນມີໃຫ້ແກ່ຕົນເອງແລະຄອບຄົວ , ແທນທີ່ຈະ ເປັນຜູ້ບໍລິການຮັບໃຊ້ປະຊາຊົນ ແຕ່ຊໍ້າພັດທຳຕົວ
ເປັນອາດຍາເປັນນາຍ ປະຊາ ຊົນກົນໄກຂັ້ນຕອນແກ້ວຽກຫຼາຍຢູ່ແລ້ວ ບາງຄົນຊໍ້າພັດເຮັດວຽກຊັກຊ້າອືດອາດ ມະລຸມມະລ້ວຍທັງຫາ
ຜົນປະໂຫຍດຈາກການເຮັດ ວຽກຮັບໃຊ້ ປະຊາຊົນອີກ ອັນນີ້ເປັນການກົດໜ່ວງຖ່ວງດຶງການພັດທະນາທັງເຮັດໃຫ້ເກີດ ການຈົ່ມວ່າ
ຈາກປະຊາຊົນເຮັດໃຫ້ເສຍພາບພັດທີ່ດີຂອງພະນັກງານລັດຖະກອນ. ຕໍ່ບັນຫານີ້ຢູ່ຈີນການນຳພັກລັດໄດ້ເຫັນບັນຫາແລະພະຍາຍາມ
ໃຊ້ທຸກມາດຕະ ການແກ້ໄຂ ຈົນເຖິງຂັ້ນໃສ່ລະບຽບຕໍ່ຜູ້ທີ່ເຮັດວຽກຮັບໃຊ້ ປະຊາຊົນບໍ່ຈິງຈັງ, ຫຼຸດຂັ້ນຕອນທີ່ສ້າງຄວາມຫຍຸ້ງຍາກໃຫ້
ປະຊາຊົນ,ລົງໂທດພວດສວຍໂອກາດຫາລາຍໄດ້ຈາກການຮັບໃຊ້ປະຊາຊົນ ແລະມາດຕະການອື່ນໆ , ໃນກອງປະຊຸມເທື່ອນີ້ຜູ້ແທນ
ຂອງສອງສະພາ ກໄດ້ນຳເອົາຂໍ້ສະເໜີ ຄວາມຂັດຂ້ອງໝ້ອງໃຈ ຂອງປະຊາຊົນຈີນບັນດາດຜົ່າຂຶ້ນມາສະເໜີຕໍ່ລັດຖະບານເພື່ອຊ່ອຍ
ກັນຊອກ ມາດຕະການໃໝ່ໆເພື່ອອັດຊ່ອງຫວ່າງຂອງພະນັກງານລັດຖະກອນທີ່ບໍ່ດີ ເພື່ອຮຽກສັດທາຂອງປະຊາຊົນທີ່ທີຕໍ່ພັກແລະລັດ
ຄືນມາ.

      ຈາກ 2 ກອງປະຊຸມ 2 ສະພາເທື່ອນີ້ ຂ້າພະເຈົ້າເຫັນໄດ້ອະນາ ຄົດທີ່ ສົດໃສຂອງ ສປຈີນ, ເຫັນໄດ້ຄວາມຈິງຈັງຂອງພັກແລະ
ລັດຖະບານ ຈີນໃນ ການຮັບໃຊ້ປະຊາຊົນ, ເຫັນໄດ້ການມີສ່ວນຮ່ວມພັດທະນາຊາດ ຂອງປະຊາ ຊາດຈີນທຸກເຜົ່າ, ຂ້າພະເຈົ້າໝັ້ນໃຈ
ແລະຂໍອວຍພອນໃຫ້ປະເທດຈີນ ປະຊາຊົນ ຈີນຈົ່ງປະສົບຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນແຜນພັດທະນາເສດຖະກິດ ສັງຄົມ
5 ປີ ຄັ້ງທີ 13 ( 2016-2020 ) ທີ່ຈະກຳຈັດຄວາມທຸກຍາກອອກ ຈາກປະ ເທດຈີນຢ່າງສິ້ນເຊີງ ແລະ ສ້າງສັງຄົມທີ່ຜາສຸກອີ່ມໜຳ
ສຳສານທັນສະໄໝ ໂດຍທົ່ວໜ້າ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ