ອາຊຽນ ຫາລືວຽກງານຄວາມປອດໄພ ແລະ ຄວາມໝັ້ນ ຄົງດ້ານຊີວະພາບ
2017-03-16 14:09:18  cri 
     ຂປລ​. ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກະຊວງ​ສາທາລະນະ​ສຸກ ​ໄດ້​ຮ່ວມ​ມື​ກັບບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຈັດ​ກອງ​ປະຊຸມອາ​ຊຽນ-ກອງ​ທຶນ​ຊ່ວຍ​ເຫລືອຂອງ​ກາ​ນາ​ດາ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ວຽກ​ງານ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ວິທະຍາສາດ​​ຂຶ້ນ ​​ໃນວັນ​ທີ 15ມີນາ2017 ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ເປັນ​ປະທານ​ຂອງ  ດຣ ບຸນ​ຫລາຍ ພົມມະ​ສັກ, ຫົວໜ້າ​ກົມ ​ຄວບ​ຄຸມພະ​ຍາດຕິ​ດຕໍ່ ກະຊວງ​ສາທາລະນະ​ສຸກ,  ມີ​ຜູ້​ເຂົ້າ​ຮ່ວມທັງ​ໝົດ 55 ທ່ານ ຈາກ​​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ກະຊວງ​ສາທາລະນະ​ສຸກ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ຄູ່​ຮ່ວມ​ງານ​ທີ່​ກ່ຽວຂ້ອງ.
 
ກອງ​ປະຊຸມ​ດັ່ງກ່າວ​ ຈະໄດ້​ຈັດ​ຂຶ້ນ​ເປັນ​ເວລາ​ 3 ​ວັນ ( 15-16 ມີນາ 2017) ​.​ ກອງ​ປະຊຸມນີ້ມີ​ຈຸດປະສົງ​ຍົກ​ລະດັບ​ຄວາມ​ອາດ​ສາມາດ ດ້ານ​ວຽກ​ງານ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ຊີວະ​ພາບ ​ເພື່ອ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ​ໃຫ້​ແກ່​ນັກວິຊາການ​ຫ້ອງ​ວິ​ເຄາະ ​ແລະ ຜູ້​ກຳນົດ​ນະ​ໂຍບາຍ, ​ ​ເພີ່ມ​ທະວີ ປະຕິບັດ​ກົດ​ລະບຽບ​ຂອງ​ສາກົນ。 ນອກຈາກ​ນີ້ ຍັງ​ຍົກ​ລະດັບ​ ໃຫ້​ພະນັກງານສຳລັບຫ້ອງ​ວິ​ເຄາະ ​ແລະ ​ໂຮງໝໍ ​ເພື່ອ​ປ້ອງ​ກັນ​ທັງ​ພະນັກງານ​ວິ​ເຄາະ ​ແລະ ຄົນ​ເຈັບ ຈາກ​ອັນຕະລາຍ​ທີ່​ເກີດ​ຂຶ້ນ ​ທາງ​ວິຊາ​ຊີບທີ່​ກ່ຽວຂ້ອງ​ກັບ​ຄວາມ​ອັນຕະລາຍ ດ້ານສານ​ເຄມີ​ຫ້ອງ​ວິ​ເຄາະ, ພ້ອມ​ທັງ​ມີ​ການ​ແລກປ່ຽນ​ປະສົບ​ການ​ ຈາກ​ປະ​ເທດສະມາຊິກ​ອາ​ຊຽນ ​ເພື່ອ​ປັບປຸງ​ການຈັດ​ຕັ້ງ​ປະຕິບັດ​ຢູ່​ໃນ ສປປ ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ