ບັນດາເຈົ້າຄອງນະຄອນຫລວງສາກົນ ຮ່ວມກັນປຶກສາ ຫາລືເພື່ອສ້າງຕົວເມືອງ ແບບຍືນຍົງ
2017-03-16 14:10:28  cri 

 ຂປລ.  ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ​ທີ່​ຍືນ​ຍົງ, ສູນ​ພັດທະນາ​ພາກ​ພື້ນ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ເຈົ້າ​ຄອງ​ນະຄອນຫລວງ​ສາກົນ 2017 ຂຶ້ນ (Vientiane International Mayors Forum 2017) ໃນ​ວັນ​ທີ 15 ມີນາ 2017 ທີ່​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງມີ​ບັນ​ເຈົ້າ​ຄອງ​ນະຄອນຫລວງ​ ​ແລະ ​ເຈົ້າ​ໜ້າ​ທີ່​ອາ​ວຸໂສຈາກ​ເມືອງ​ຕ່າງ​ໆ​ຂອງ​​ແຕ່ປະ​ເທດ ​ທີ່​ກຳລັງ​ພັດທະນາ ​ແລະ ປະ​ເທດ​ທີ່​ມີ​ເສດຖະກິດ​ເຕີບ​​ໂຕຫລາຍ​ກ່ວາ 80 ຄົນ. ​

ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ຈັດ​ຂຶ້ນ​ເພື່ອ​ເປັນ​ເວທີ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ປະສົບ​ການ​ ລະຫວ່າງ ບັນດາ​ເຈົ້າ​ຄອງ​ນະ​ຄອນຫລວງ ​ແລະ ຜູ້ນຳ​ທ້ອງ​ຖິ່ນ​ ຂອງ​ບັນ​ດາ​ປະ​ເທດ​ຕ່າງ​ໆ ​ໃນ​ການ​ດຳ​ເນີນ​ຈັດ​ຕັ້ງ​ປະຕິບັດ​ຕາມ​ນະ​ໂຍບາຍ ​ແລະ ​ໂຄງການ​ພັດທະນາລະດັບ​ທ້ອງ​ຖິ່ນ ເພື່ອ​ເສີມສ້າງ​ຄວາມ​ສຳ​ເລັດ ​ໃນ​ການ​ສ້າງ​ຕົວ​ເມືອງ​​ໃຫ້​ຍືນ​ຍົງ ​ແລະ ​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ຂອງ​ທ້ອງ​ຖິ່ນ​ນັ້ນໆ.

​​ໃນ​ໂອກາດ​ດັ່ງກ່າວ​ນີ້ ບັນດາ​ເຈົ້າ​ຄອງ​ນະຄອນຫລວງ ​ແລະ ຜູ້ນຳ​ທ້ອງ​ຖິ່ນ ກໍ​ໄດ້​ສະ​ເໜີ​ປະສົບ​ການ​ຄວາມ​ສຳ​ເລັດ ​ແລະ ຄວາມ​ທ້າ​ທາຍ ຂອງ​ຕົວ​ເມືອງ​ຕົນ ພ້ອມ​ທັງ​ເປັນ​ການຈັດ​ຕັ້ງ​ ປະຕິບັດ​ວິ​ໄສ​ທັດ ​ໃຫ້​ບັນລຸ​ຕົວ​ເມືອງ​ແບບ​ຍືນ​ຍົງ ​ໃນ​ປີ 2030. ພ້ອມ​ດຽວ​ກັນ ​ໃນ​ກອງ​ປະຊຸມ​ຍັງ​ຈະ​ໄດ້​ປຶກສາ​ຫາລື ​ກ່ຽວ​ກັບ​ບັນຫາ​ຕ່າງໆ ທາງ​ດ້ານ​ນະ​ໂຍບາຍ, ມາດ​ຕະການ, ກົນ​ໄກ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ ​ແລະ ທຶນຮອນ ຕະຫລອດ​ຮອດ​ຄູ່​ຮ່ວມ​ມື​ທາງ​ດ້ານ​ວຽກ​ງານ ​ການ​ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ; ນອກຈາກ​ນີ້ ຍັງ​ໄດ້​ຫາລື​ດ້ານ​ນະ​ໂຍບາຍ ການ​ເຂົ້າ​ເຖິງ​ຊົນນະ​ບົດ ​ແລະ ການ​ເຊື່ອມ​ຈອດ​ກັບ​ຊົນນະບົດ ​ໃນ​ດ້ານ​ຄວາມ​ປອດ​ໄປ​ທາງ​ດ້ານ​ອາຫານ, ລຶບລ້າງ​ການ​ອຶດຫິວ, ການ​ຮ່ວມ​ມື​ກັບ​ພາກ​ພື້ນ  ​ແລະ ການ​ພັດທະນ​ແບບ​ຍືນ​ຍົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ