ທະນາຄານ​ກະສິກອນ​ໄທຕົກລົງຮ່ວມ​ມືກັບ​ບໍລິສັດ​ອຸດສາຫະກຳ​ໜັກ​ໂລ​ໂວ​ລຈີນ
2017-03-16 11:13:42  cri 
ຕາມ​ຂ່າວCRI: ທະນາຄານ​ກະສິກອນ​ໄທ​ ​ແລະ​ບໍລິສັດ​ອຸດສາຫະກຳ​ໜັກ​ໂລ​ໂວ​ລຈີນ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈການຮ່ວມ​ມືກັນ​ຢູ່​ສູນ​ການ​ຄ້າ​ແລະ​ວາງສະ​ແດງ​ສາກົນ​ບາງກອກ​ໃນ​ວັນ​ທີ 15 ມີນາ​ນີ້.
​ທ່ານ​ວາງ​ກຸ້ຍ​ໝິນ ປະທານ​ບໍລິສັດ​ອຸດສາຫະກຳ​ໜັກ​ໂລ​ໂວ​ລກ່າວ​ໃນ​ພິທີ​ວ່າ, ທະນາຄານ​ກະສິກອນ​​ໄທ​ເປັນ​​ທະ​ນາຄາ​ນຂະໜາດ​ໃຫຍ່​ຂອງ​ໄທ ​ແລະ​ກໍ​ແມ່ນ​ທະນາຄານ​ສາກົນ​ທີ່​ມີ​ຊື່​ສຽງ​ຢູ່​ອາ​ຊຽນ ​ແລະ​ການ​ທີ່ສອງ​ຝ່າຍ​ຮ່ວມ​ມື​ກັນ​ຈິ່ງ​ມີ​ຜົນ​ດີ​ຕໍ່​ການຊ່ວຍ​ໃຫ້​ບໍລິສັດ​ຕົນ​ຂະຫຍາຍ​ທຸລະ​ກິດ​ໄປ​ສູ່​ທົ່ວ​ໂລກ.

ທ່ານ​ອາ​ນັນ ລາ​ບສັກ​ສາທິດ ຮອງ​ປະທານ​ບໍລິຫານ​ງານ​ທະນາຄານ​ກະສິກອນ​ໄທ​ກ່າວ​ວ່າ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ສຳຄັນ​ໃນ​ເວທີ​ເສດຖະກິດ​ໂລກ ​ແລະ​ຈີນກໍ​ເປັນ​ຄູ່​ເສດຖະກິດ​ການ​ຄ້າ​ທີ່​ສຳຄັນ​ຂອງ​ໄທ ​ແລະ​ທະນາຄານ​ຂອງ​ຕົນ​ກໍຍິນ​ດີ​ຕ້ອນຮັບ​ບໍລິສັດ​ຈີນ ​ເຊິ່ງລວມທັງ​ບໍລິສັດ​ອຸດສາຫະກຳ​ໜັກ​ໂກ​ໂວ​ລມາ​ດຳ​ເນີນ​ທຸລະ​ກິດ​ຢູ່​​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ