ຕາມຂ່າວເວັບໄຊຊິ່ນກ່ຽງ:ຫວ່າງມໍ່ໆນີ້,ຊ່ອງບໍລິການເຂົ້າອອກເມືອງໂດຍຕົນເອງຊ່ອງທຳອິດຂອງເຂດຊິ່ນກ່ຽງໄດ້ເປີດນຳໃຊ້ຢ່າງເປັນທາງການຢູ່ສູນຮ່ວມມືຈີນ-ກາຊັກສະຖານໂດຍຜູ້ໂດຍສານສັນຊາດຈີນທີ່ຖືໜັງສີືເດີນທາງແລະໜັງສືຜ່ານແດນໃຊ້ເວລາພຽງ 10 ວິນາທີກໍສາມາດຜ່ານດ່ານໄດ້ແລະນີ້ຈະເປັນການຫຼຸດຄວາມກົດດັນສຳລັບການຜ່ານດ່ານໃນລະດູການທ່ອງທ່ຽວ.
ສູນຮ່ວມມືຈີນ-ກາຊັກສະຖານເປັນເຂດເສດຖະກິດການຄ້າແລະສູນຮ່ວມມືການລົງທຶນຂ້າມຊາຍແດນແຫ່ງທຳອິດໃນໂລກແລະຫຼັງເປີດນຳໃຊ້ເມື່ອເດືອນເມສາປີ 2012 ເປັນຕົ້ນມາກໍໄດ້ກາຍເປັນເຂດສິນຄ້າປອດພາສີທີ່ໃຫຍ່ກວ່າໝູ່ຢູ່ພາກຕາເວັນຕົກຂອງຈີນ.ຂະນະທີ່ປີຜ່ານມາ,ໃນລະດູການທ່ອງທ່ຽວມີນັກທ່ອງທ່ຽວເຂົ້າອອກເມືອງຫຼາຍກວ່າ 2 ໝື່ນເທື່ອຄົນຕໍ່ມື້ແລະທັງປີສາມາດຕ້ອບຮັບນັກທ່ອງທ່ຽວໄດ້ 5 ລ້ານ 4 ແສນ 3 ໝື່ນຄົນ.