ໜັງສືພິມ "The Straits Time" ຂອງສິງກະໂປໄດ້ພິມບົດຄວາມທີ່ພາດຫົວ "ຈີນປະເຊີນກັບໜ້າທີ່ຫຼຸດຜ່ອນຄວາມທຸກຍາກທີ່ລຳບາກກວ່າເກົ່າ" ໂດຍຊີ້ອອກວ່າ, ປີຜ່ານມາຈີນປະສົບຜົນສຳເລັດໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນຢ່າງເພິ່ງພໍໃຈໂດຍສາມາດ ຫຼຸດຈຳນວນປະຊາກອນຜູ້ທຸກຍາກໃຫ້ໄດ້ເຖິງ 12 ລ້ານ 4 ແສນຄົນ ແລະປີນີ້ກໍມີແຜນຈະຫຼຸດຈຳນວນປະຊາກອນຜູ້ທຸກຍາກໃຫ້ໄດ້ອີກ 10 ລ້ານຄົນ, ແນວໃດກໍດີເມື່ອວິເຄາະການຕອບສຳພາດຂອງທ່ານຫຼິວຢົງຟູ້ ຫົວໜ້າຫ້ອງການຫຼຸດຜ່ອນຄວາມທຸກຍາກຈີນຕໍ່ນັກຂ່າວໃນກອງປະຊຸມສອງສະພາປີນີ້ເຫັນວ່າ, ໜ້າທີ່ຫຼຸດຜ່ອນຄວາມທຸກຍາກທີ່ປະຕິບັດງ່າຍນັ້ນໄດ້ສຳເລັດແລ້ວ, ແຕ່ປີນີ້ການເຮັດສຳເລັດໜ້າທີ່ຍັງລຳບາກຫຼາຍ ຍ້ອນວ່າປະຊາກອນຜູ້ທຸກຍາກທີ່ເຫຼືອນັ້ນສ່ວນຫຼາຍດຳລົງຊີວິດຢູ່ເຂດດ້ອຍພັດທະນາທີ່ສຸດ.
ບົດຄວາມລະບຸຕື່ມວ່າ, ເສດຖະກິດຈີນໄດ້ເຕີບໂຕມາເປັນເວລາຫຼາຍສິບປີແລ້ວ ແລະໃນປັດຈຸບັນ, ສະພາບການພັດທະນາເສດຖະກິດທີ່ບໍ່ດຸນດ່ຽງກັນຍັງໜັກໜ່ວງຫຼາຍ ແລະເຖິງວ່າລັດຖະບານຈີນໄດ້ຕັ້ງເປົ້າລົບລ້າງຄວາມທຸກຍາກໃນປີ 2020 ເຊິ່ງເປັນເປົ້າໝາຍທີ່ຍາກຈະສຳເລັດກໍຕາມ, ແຕ່ກໍເປັນເປົ້າໝາຍທີ່ຈຳເປັນແລະສຳຄັນທີ່ສຸດ.