ໄທ​ຈະ​ເລີ່​ມກວດ​ສອບ​ມາດຕະຖານ​ບໍລິການ​ທ່ອງ​ທ່ຽວ​ແຕ່​ເດືອນ​ໜ້າ​ເປັນ​ຕົ້ນ​ໄປ
2017-03-17 10:42:09  cri 
ໜັງສືພິມ "Universal Daily News"ຂອງ​ໄທ​ລາຍ​ງານ​ວ່າ, ຈາກ​ການ​ເປີດ​ເຜີຍ​ຂອງກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທທີ່​ເນັ້ນວ່າ, ​ເພື່ອ​ຮັກສາ​ທ່າ​ແຮງ​ດ້ານ​ການທ່ອງທ່ຽວ​ຂອງ​ຕົນນັ້ນ ຈຳ​ເປັນ​ຕ້ອງ​ແກ້​ໄຂ​ບັນຫາ​ການບໍ່ພໍ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຍ້ອນ​ການ​ບໍລິການ​ທ່ອງ​ທ່ຽວ​ບໍ່​ທ່ຽງ​ທຳ.

ກົມ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ໄທ​ເປີ​ດ​ເຜີຍ​ວ່າ, ຈະ​ເລັ່ງກວດ​ສອບ​ມາດຕະຖານ​ບໍລິການ​ທ່ອງ​ທ່ຽວ ​ແລະ​ຊຸກຍູ້​ພາກສ່ວນ​ທຸລະ​ກິດ​ການທ່ອງທ່ຽວ​ເຂົ້າ​ໃນ​ລະບົບ​ຄຸ້ມ​ຄອງ​ຂອງ​ລັດ​ໃນ​ຕົ້ນ​ເດືອນ​ເມສາ​ປີ​ນີ້ ​ແລະ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ຂັ້ນ​ຕອນ​ການກວດ​ສອບ​ມາດຕະຖານ​ບໍລິການ​ທ່ອງ​ທ່ຽວ. ​ຈາກນີ້, ​ໄທ​ຈະ​ເຊີນນັກທຸລະກິດ​ທີ່​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ​ຕົນ ​ໃຫ້​ເຂົ້າ​ຮ່ວມ​ການກວດ​ສອບ​ດັ່ງກ່າວ ​​ແລະ​ຈາກ​ນັ້ນ​ກົມ​ທ່ອງ​ທ່ຽວ​ຈະ​ມອບ​ໃບ​ອະນຸຍາດ​ສີຂາວ​ໃຫ້​ນັກທຸລະກິດ​ຫ້າງ​ຮ້ານ​ທີ່​ໄດ້​ຜ່ານ​ການກວດ​ສອບ, ຂະນະ​ດຽວ​ກັນ​ກໍ​ເນັ້ນ​ໃຫ້ສະຖານທູດ​ແລະ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຊ່ວຍ​ໂຄສະນາຜົນ​ການກວດ​ສອບ​ດັ່ງກ່າວ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ນັກທຸລະກິດ​ແລະ​ຫ້າງ​ຮ້ານ​ເຫຼົ່າ​ນີ້​​ບໍລິການ​ໄດ້​ມາດຕະຖານ ​ແລະ​ລູກ​ຄ້າ​ສາມາດ​ໄວ້​ໃຈ​ໄດ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ