ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​ບັນດາ​ປະ​ເທດ​ຊຸກຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-03-18 15:15:51  cri 
ວັນ​ທີ 17 ມີນາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​​ດ້ວຍ​ສຽງ​ເຫັນ​ດີ 15 ສຽງ​ ​ເຊິ່ງເປັນ​ເອກະ​ພາບ​ກັນ​ຮັບຮອງ​ເອົາ​ມະຕິ​ເລກທີ 2344ກ່ຽວ​ກັບ​ບັນຫາ​ອັຟກາ​ນິສະຖານ​ໂດຍ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​​ເຕົ້າ​ໂຮມ​ຄວາມ​ເປັນ​ເອກະ​ພາບ​ກັນ​ຊ່ວຍ​ເຫຼືອ​ອັຟກາ​ນິສະຖານ, ​ເພີ່​ມທະວີ​ການ​ຮ່ວມ​ມື​ເສດຖະກິດ​ໃນ​ພາກ​ພື້ນ​ເປັນ​ຕົ້ນ ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ອື່ນໆ, ຊຸກຍູ້​ໃຫ້​ບັນດາ​ຝ່າຍ​ສ້າງ​ສະພາ​ບ​ແວດ​ລ້ອມ​​ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ​ໃຫ້​ແກ່​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ພ້ອມ​ດ້ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ນະ​ໂຍບາຍ​ແລະ​ຍຸດ​ທະ​ສາດ​ການ​ພັດທະນາ, ສົ່ງ​ເສີມ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ດ້ານ​ການ​ເຊື່ອມ​ໂຍງ​​ແລະ​ເຊື່ອມ​ຈອດ​ກັນ​ແລະ​ອື່ນໆ. ມະຕິ​ດັ່ງກ່າວ​ເນັ້ນ​ວ່າ: ຄວນ​ປະຕິບັດ​ຕາມ​ຈິດ​ໃຈ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເພື່ອ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ຄວາມ​ໝັ້ນຄົງ,ສະ​ຖຽນລະ​ພາບ​ແລະ​ການ​ພັດທະນາ​ຂອງ​ອັຟກາ​ນິສະຖານ​ກໍ​ຄື​ພາກ​ພື້ນ ​ແລະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ນະ​ນຸດ.

ຫຼັງ​ສະພາຄວາມ​ໝັ້ນຄົງ​ຜ່ານ​ມະຕິ​ດັ່ງກ່າວ, ທ່ານ​ຫຼິວ​ເຈ​ຢີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ວ່າ: ​ເດືອນ​ມັງກອນ​ປີ​ນີ້ ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​​ໄດ້ກ່າວ​ປາຖະກະຖາ​ທີ່​ສຳຄັນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ເຊີ​ແນວ ປະ​ເທດ​ສວິສ​ໂດຍ​ໄດ້ລົງ​ເລິກ​ບັນຍາຍ​ທັດສະນະຄະຕິກ່ຽວ​ກັບ​ການກໍ່ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ມະນຸດ ​ເຊິ່ງ​ໄດ້​ສະ​ເໜີ​ແຜນການແບບ​ຈີນ​​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ໂລກ​ແລະ​ຄວາມ​ກ້າວໜ້າ​ຂອງ​ອະ​ລິ​ຍະ​ທຳ​ມະນຸດ. ​ເທື່ອ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ເອກະ​ພາບ​ກັນ​ຮັບຮອງ​ເອົາ​ມະຕິ​ເລກທີ 2344 ​ແລະເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ບັນທຶກ​ທັດສະນະ​ຄະຕິ​ສຳຄັນ​ກ່ຽວ​ກັບ​ການ​ກໍ່ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ມະນຸດ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ະພາບ​ກັນ​ຂອງ​ປະຊາ​ຄົມ​ໂລກ ທັງ​ສ່ອງ​ແສງ​ໃຫ້​ເຫັນ​​ເຖິງທັດສະນະ​ຄະຕິ​ຈີນ​ແລະ​ແຜນ​ການ​ແບບ​ຈີນທີ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ