ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ຢ້ຳສະໜັບສະໜູນ​ກຸ່ມ​ນາ​ໂຕ
2017-03-18 15:16:51  cri 
ວັນ​ທີ 17 ມີນາ​ນີ້, ທ່ານ​ໂດ​ນັນທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັບ​ທ່ານ​ນາງ​ແອນ​ຈີ​ລາ ​ເມີ​ເກວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ສະຫະລັດ​ອາ​ເມ​ລິ​ກາ​ນັ້ນ​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ຕົນ​ໄດ້​ກ່າວ​ຢ້ຳຕໍ່​ທ່ານ​ນາງ​ເມີ​ເກ​ວ​ໃນ​ຫຼັກ​ໝັ້ນ​ທີ່​ສະໜັບສະໜູນ​ກຸ່ມ​ນາ​ໂຕ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ ທັງ​​ເລັ່ງ​ໃຫ້​ປະ​ເທດ​ພັນທະ​ມິດ​ປະຕິບັດ​ພັນທະ​ການ​ເງິນ​ໃນ​ວຽກ​ງານ​ປ້ອງ​ກັນຂອງ​ກຸ່ມ​ນາ​ໂຕ ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ທຣຳຍັງ​​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ຄ້າ​ຍຸຕິ​ທຳ.

ທ່ານ​ນາງ​ເມີ​​ເກ​ວຢືນຢັນ​ວ່າ ລາຍ​ຈ່າຍດ້ານ​ການປ້ອງ​ກັນ​ປະ​ເທດ​ຂອງ​​ເຢຍລະ​ມັນ​ໃນປີ2016ໄດ້​ເພີ່ມ​ຂຶ້ນ 8% ​ແລະ​ປະ​ເທດ​ຕົນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຮອດ​ປີ 2024ຈະ​ບັນລຸ​ເປົ້າ​ໝາຍ​ໃຫ້​ງົບປະມານ​ປ້ອງ​ກັນ​ປະ​ເທດ​ກວມ​ລວມຍອດ​ຜະລິດ​ຕະພັນ​ຫຼືGDP​ເຖິງ 2%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ