ທ່ານ​ຫຼີ​ເຄີ້ຊຽງ​ພົບ​ປະ​ກັບເຈົ້າຊີວິດ​ອາ​ຣັບ​ບີຊາ​ອຸ​ດິດ
2017-03-18 15:49:02  cri 

ຕອນ​ເຊົ້າວັນ​ທີ 17 ມີນາ​ນີ້, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະສົມ​ເດັດ​ຊາວ​ມັນ ບິນ ອັບດູລາ​ຊີ​ສ ອັນ ຊາ​ອຸດ ​ເຈົ້າ​ຊີວິດ​ອາ​ຣັບບີ​ຊາ​ອຸ​ດິດທີ່​ມາ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ຈີນ​ກັບ​ອາຣັບ​ຊາ​ອຸດິດມີພື້ນຖານ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງທີ່ໝັ້ນ​ໜາ, ມີໝາກຜົນ​ການຮ່ວມ​ມື​ທີ່​​ແທດ​ເໝາະ​ກັບ​ຕົວ​ຈິງ​ທີ່ອຸດົມສົມບູນ. ຝ່າຍ​ຈີນ​ໂຄລົບ​ບັນດາ​ປະ​ເທດ​ເລືອກ​​ເສັ້ນທາງ​ພັດທະນາ​ໂດຍ​ອີງ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ຕົນ, ສະໜັບສະໜູນ​ຄວາມ​ພະຍາ​ຍາມຂອງອາ​ຣັບ​ບີ​ຊາ​ອຸດິດທີ່ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດຕົນ, ຍິນ​ດີ​ປັບປຸງຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ໃຫ້​ໝັ້ນຄົງ​ກວ່າ​ເກົ່າ, ລົງ​ເລິກ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ, ຈັດ​ຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ດ້ານຄວາມ​ສາມາດ​ການຜະລິດ​ໃນ​ຂົງ​ເຂດ​ສຳຄັນ, ​ເປີດຊ່ອງ​ຫວ່າງ​ໃໝ່ຂອງ​ການຮ່ວມ​ມື​​ໃນ​ດ້ານພະລັງງານ​ແລະ​ເຕັກນິກ​ສູງ​, ​ເພີ່ມ​ທະວີ​ການ​ປະສານ​ງານ​ວຽກ​ງານ​ພາກ​ພື້ນ​ກໍ​ຄືສາກົນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຣັບບີ​ຊາ​ອຸ​ດິດ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​​ເຂດ​ທີ່ກວ້າງຂວາງ​ໄດ້​ຮັບການ​ພັດທະນາອັນ​​ໃໝ່.

ທ່ານ​ຫຼີ​ເຄີ້ຊຽງ​ຊີ້​ອອກ​ວ່າ, ການພັດທະນາ​ເສດຖະກິດ​ແລະ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ນັ້ນ​ຕ້ອງການ​ສະພາບ​ແວດ​ລ້ອມ​ທີ່​ມີ​ສັນຕິພາບ​ແລະ​ສະຖຽນລະ​ພາບ. ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ການ​ເມືອງ​ເສດຖະກິດ​ສາກົນ​ບໍ່​ຄັກ​ແນ່​ແລະ​ບໍ່​ໝັ້ນ​ທ່ຽງຢ່າງ​ພົ້ນ​ເດັ່ນ, ຝ່າຍຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ທີ່​ລວມທັງ​ອາ​ຣັບບີ​ຊາ​ອຸ​ດິດ, ​ເພື່ອ​ຮັບ​ມື​ກັບຄວາມ​ສ່ຽງ​ແລະ​ການ​ທ້າ​ທາຍ​ຊະນິດ​ຕ່າງໆ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ, ຊຸກຍູ້​ການ​ພັດທະນາ​ແລະ​ການ​ຮ່ວມ​ມື.

ສົມ​ເດັດ​ຊາວ​ມັນ​ກ່າວ​ວ່າ, ມິດຕະພາບ​ລະຫວ່າງ​ອາ​ຣັບ​ບີ​ຊາ​ອຸດິດ​ກັບ​ຈີນມີ​ປະຫວັດສາດມາຍາວນານ, ສອງ​ປະ​ເທດ​ມີຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ​ໃນການ​ຮ່ວມ​ມື​ທີ່​​​ແທດ​ເໝາະ​ກັບ​ຕົວ​ຈິງ. ອາ​ຣັບ​ບີ​ຊາ​ອຸ​ດິດ​ມີຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ປ່ຽມຕໍ່​ອາ​ນະ​ຄົດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄະນະ​ກຳມະການ​ຮ່ວມຊັ້ນສູງ, ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ທີ່​​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ຮັບ​ມື​ຕໍ່​ການ​ຂົ່ມຂູ່​ຈາກ​ລັດທິ​ການ​ກໍ່​ການ​ຮ້າຍ​ແລະອິດ​ທິກຳລັງ​ຫົວ​ຮຸນ​ແຮງ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ​ໃຫ້​ດີ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ